蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຊົນ​ກຳ​ປູ​ເຈຍ​ອອກ​ເດີນ​ທາງ​ທ່ອງ​ທ່​ຽວ​ໃນ​ຍາມ​ບຸນ​ສົ່ງ​ນ້ຳ ເຊິ່ງ​ໄດ້​ຊຸກ​ຍູ້​ການ​ຟື້ນ​ຟູ​​ຂະ​ແໜງ​ການ​ທ່ອງ​ທ່ຽວ

2021-11-22 10:46:07 CRI

ໃນ​ໄລ​ຍະ​ບຸນ​ສົ່ງ​ນ້ຳ​ໃນ​ປີ​ນີ້, ປະ​ຊາ​ຊົນ​ກຳ​ປູ​ເຈຍ​ໄດ້​ມີ​ຄວາມ​ກະ​ຕື​ລື​ລົ້ນ​ໃນ​​ການ​ອອກ​ໄປທ່ອງ​ທ່ຽວ, ນະ​ຄອນຫຼວງ​ພະ​ນົມ​ເປັນ, ນະ​ຄອນ​ສີ​ຫາ​ນຸ ແລະ ນະ​ຄອນ​​ສຽມ​ຣຽບ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນຫຼວງຫຼາຍ ແລະ ​ໄປ​ຊ່ວຍຊຸກ​ຍູ້​ການ​ຟື້ນ​ຟູ​​ຂະ​ແໜງ​ການ​ທ່ອງ​ທ່ຽວ.

ກະ​ຊວງ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ​ລາຍ​ງານ​ໃນ​ວັນ​ທີ 21 ພະ​ຈິກ​ນີ້​ວ່າ: ໃນ​ໄລ​ຍະ​ບຸນ​ສົ່ງ​ນ້ຳ ຄື​ແຕ່​ວັນ​ທີ 18 ຫາ 20 ພະ​ຈິກ​ນີ້, ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃນ​ທົ່ວ​ປະ​ເທດ​ກຳ​ປູ​ເຈຍ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ 910.100 ເທື່ອ​ຄົນ, ໃນ​ນັ້ນ, ນັກ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ 899.900 ເທື່ອ​ຄົນ, ນັກ​ທ່ອງ​ທ່ຽວ​ສາ​ກົນ 10.200 ເທື່ອ​ຄົນ. ສິ່ງ​ທີ່​ຕ່າງ​ກັນ​ກັບ​ປີ​ຜ່ານ​ມາ​ກໍ​ແມ່ນ, ໃນ​ໄລ​ຍະ​ມື້​ບຸນ​ປີ​ນີ້, ມີ​ນັກ​ທ່ອງ​ທ່ຽວຫຼາຍ​ຄົນ​​ໄດ້​ໄປ​ຢ້ຽມ​ຊົມ​ສະ​ໜາມຫຼວງ​ພະ​ລາ​ວະ​​ວັງ​ພະ​ນົມ​ເປັນ, ເຖິງ​ຈະ​ບໍ່​ໄດ້​ຈັດ​ບຸນ​ຊວງ​ເຮືອ​ກໍ​ຕາມ, ແຕ່​ຍັງ​ສາ​ມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ເປັນ​ຈຳ​ນວນຫຼວງຫຼາຍ, ພຽງ​ວັນ​ທີ 20 ພະ​ຈິກ​ມື້​ດຽວ​, ກໍ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ 7 ໝື່ນ​ເທື່ອ​ຄົນ.

ຄຳ​ເຫັນ

0