黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​​ເປັນ​ປະ​ທານ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຈີນ-ອາຊຽນ​ຄົບ​ຮອບ 30 ປີ​ໂດຍ​ຜ່ານ​ທາງວິ​ດີ​ໂອ

2021-11-22 11:27:13 cri

ວັນ​ທີ 22 ພະ​ຈິກ​ນີ້, ​ຢູ່​ນະ​ຄອນຫຼ​ວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນໄດ້ເປັນ​ປະ​ທານ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຈີນ-ອາຊຽນ​ຄົບ​ຮອບ 30 ປີ ເຊິ່ງ​ໄດ້​ຈັດ​ຂຶ້ນໃນ​ຮູບ​ແບບ​ຜ່ານ​ທາງວິ​ດີ​ໂອ.

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ: ຈີນ​ແລະ​ອາ​ຊຽນ​ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ເຈ​ລະ​ຈາ​ຈີນ-ອາ​ຊຽນ​ຄົບ​ຮອບ 30 ປີ​ມາ​ນີ້, ໄດ້​​ເດີນ​ຕາມເສັ້ນ​ທາງ​ທີ່​ສະ​ຫວ່າງ​ສະ​ໄຫວທີ່​ເປັນ​ບ້ານ​ໃກ້​ເຮືອນຄຽງ​ທີ່​ດີ​ຕໍ່​ກັນ​, ຮ່ວມ​ມື​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ບົດ​ຮຽນ​ອັນ​ປະ​ເສີດ​ລະ​ຫວ່າງ​​ຈີນກັບ​ອາ​ຊຽນ​ໃນ​ໄລ​ຍະ 30 ປີ​ຜ່ານ​ມາ​ຄວນ​ຖະ​ໜຸ​ຖະ​ໜອມ​ເປັນ​​ຫຼາຍ​ເທົ່າ​ແລະ​ຍຶດ​ໝັ້ນ​ເປັນ​ໄລ​ຍະ​ຍາວ​ນານ. ຈີນ​ຈະ​​ສືບ​ຕໍ່​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນຄຽງ​ທີ່​ດີ, ເພື່ອນມິດ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ​ຂອງ​ອາ​ຊຽນ​ຄື​ດັ່​ງ​ທີ່​ໄດ້​ເຮັດ​ຜ່ານ​ມາ, ​ທັງ​ໃນປັ​ດ​ຈຸ​ບັນ​ແລະ​ໃນ​ອະ​ນາ​ຄົດ.

ຈີນ​ແລະ​ອາ​ຊຽນ​ຄວນ​ຮ່ວມ​ກັນ​ສ້າງ​ບ້ານ​ເມືອງ​ແຫ່ງສັນ​ຕິ​ພ​າບ, ມີ​ຄວາມ​ສະ​ຫງົບ​ສຸກ, ​ມີຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​, ສວຍ​ງາມ​ແລະ​ມິດ​ຕະ​ພາບ. ພວກ​ເຮົາ​ຄວນ​ເປັນ​ຜູ້​ກໍ່​ສ້າງ​ແລະ​ຜູ້​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ພາກ​ພື້ນ, ຍຶດ​ໝັ້ນ​​ການເຈ​ລະ​ຈາ​ກັນແລະ​ບໍ່​ເປັນ​ປໍ​ລະ​ປັກ​ກັນ, ຍຶດ​ໝັ້ນ​ການ​ເປັນ​ຄູ່​ຮ່ວມ​ມື​ແລະ​ຮ່ວມ​ກຸ່ມ, ຮ່ວມ​ກັນ​ຮັບ​ມື​ກັບ​ປັດ​ໄຈ​​ດ້ານລົບ​ຕ່າງໆ​ທີ່​ເປັນ​​ໄພຂົ່ມ​ຂູ່ແລະ​ທຳ​ລາຍ​ສັນ​ຕິ​ພາບ​ຂອງ​ພາກ​ພື້ນ. ພວກ​ເຮົາ​ຄວນ​​ຈື່​ຈຳ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ທີ່​ຢາກ​ມີ​ຊີ​ວິດ​ທີ່​ດີ​ງາມ​ໄວ້​ໃນ​ໃຈ​ຢູ່​ສະ​ເໝີ, ຖື​ເອົາການປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ​ເປັນ​ໜ້າ​ທີ່​ຂອງ​ຕົນ, ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​ໃກ້​ຊິດ​ກັນກວ່າ​ເກົ່າ.

ຄຳ​ເຫັນ

0