蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສັນ​ຍາ​ການ​ຄ້າ​ເສ​ລີ​ຈີນ-ກຳ​ປູ​ເຈຍ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2022 ເປັນ​ຕົ້ນ​ໄປ

2021-11-23 11:24:07 CRI

ເວັບ​ໄຊ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ລາຍ​ງານ​ໃນ​ວັນ​ທີ 22 ພະ​ຈິກ​ນີ້​ວ່າ: ສັນ​ຍາ​ການ​ຄ້າ​ເສ​ລີລະ​ຫວ່າງ ສ​ປ ​ຈີນ ແລະ ລາ​ຊະ​ອ​າ​ນາ​ຈັກກຳ​ປູ​ເຈຍ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2022 ເປັນ​ຕົ້ນ​ໄປ.

​ສອງ​ຝ່າຍ​ໄດ້​ລົງ​ລາຍ​ເຊັນ​ໃນສັນ​ຍາ​ສະ​ບັບ​ນີ້ຢ່າງ​ເປັນ​ທາງ​ການ​​ໃນ​ວັນ​ທີ 12 ຕຸ​ລາ​ປີ 2020. ອີງ​ຕາມ​​ສັນ​ຍາ: ​ລາຍ​ການ​ສິນ​ຄ້າ​ທີ່​ຈັບ​ຕ້ອງ​ໄດ້ທີ່​ປອດ​ພາ​ສີ​ລະ​ຫວ່າງ​ສອງ​ຝ່າຍກວມ​ເອົາ 90% ຂຶື້ນ​ໄປ, ຕະຫຼາດ​ການ​ຄ້າ​ການ​ບໍ​ລິ​ການ​ລະ​ຫວ່າງ​ສອງ​ຝ່າຍ​ກໍ​ຈະ​ເປີດກວ້າງ​ອອກ​ໃນ​ລະ​ດັບ​ສູງ​ສຸດ​. ໃນ​ຂະ​ນະ​ດຽວ​ກັນ, ສອງ​ຝ່າຍ​ຍັງ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ ພ້ອມ​ທັງ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ: ຂໍ້​ລິ​ເລີ່ມ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ, ທຸ​ລະ​ກິດ​ເອກ​ເລັກ​ໂຕ​ນິກ, ເຕັກ​ນິກ​ເສດ​ຖະ​ກິດ ແລະ ອື່ນໆ.

ສັນ​ຍາ​ການ​ຄ້າ​ເສ​ລີ​ຈີນ-ກຳ​ປູ​ເຈຍ​ເປັນ​ຂີດ​ໝາຍ​ໃໝ່​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ແລະ​ກຳ​ປູ​ເຈຍ ເຊິ່ງ​ຈະ​ມີ​ຜົນ​ດີ​ຕໍ່​ກັບ​ການເພີ່ມ​ຄວາມ​ຜາ​ສຸກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ.

ຄຳ​ເຫັນ

0