蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ລົງ​ທຶນ​​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ໄດ້​ບັນ​ລຸ​ເຖິງ 300 ຕື້​ໂດ​ລາ​ສະ​ຫະ​ລັດ​ໃນ​ຮອບ 30 ປີ​ມາ​ນີ້

2021-11-23 11:25:16 CRI

ປີ 2021 ແມ່ນ​ປີ​ທີ່​ຈີນ​ແລະ​ອາ​ຊຽນ​ສ້າງ​​ຕັ້ງສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຄົບ​ຮອບ 30 ປີ. ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ໄດ້​ຂະ​ຫຍາຍ​​ຕົວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ໄດ້​ປາ​ກົດ​ມີ​ພະ​ລັງ​ຊີ​ວິດ​ໃໝ່​ເລື້ອຍໆ ແລະ ປະ​ສົບ​ຜົນ​ສຳ​ເລັດ​ອັນ​ອຸ​ດົມ​ສົມ​ບູນ.

ນັບ​ແຕ່​ຈີນ​ແລະ​ອາ​ຊຽນ​ສ້າງ​​ຕັ້ງສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ເປັນ​ເວ​ລາ 30 ປີ​ເປັນ​ຕົ້ນ​ມາ, ການ​ລົງ​ທຶນ​ລະ​ຫວ່າງ​ກັນໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ. ມາ​ຮອດ​ປັດ​ຈຸ​ບັນ, ນັບ​ລວມ​ແລ້ວ​ ການ​ລົງ​ທຶນລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ໄດ້​ບັນ​ລຸ​ເຖິງ 300 ຕື້​ໂດ​ລາ​ສະ​ຫະ​ລັດ​ໃນ​ຮອບ 30 ປີ​ມາ​ນີ້.

ປີ 2020, ອາ​ຊຽນ​ໄດ້​ລົງ​ທຶນຕົວ​ຈິງ​ຢູ່​ຈີນ​ມີ​ເຖິງ​ 7,95 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 1% ເມື່ອ​ທຽບ​ໃສ່​ປີ 2019. ເດືອນ​ມັງ​ກອນ​ຫາ​ເດືອນ​ກັນ​ຍາ​ປີ 2021, ອາ​ຊຽນ​ໄດ້​ລົງ​ທຶນຕົວ​ຈິງຢູ່​ຈີນ​ມີ​ເຖິງ 7,61 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 39% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020. ໃນ​ປີ 2020, ວິ​ສາ​ຫະ​ກິດ​ຈີນ​ໄດ້​ລົງ​ທຶນ​ຕົວ​ຈິງ​ຢູ່​ອາ​ຊຽນ​ມີ​ເຖິງ 16,06 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 23,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019. ນັບແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ກັນ​ຍາ​ປີ 2021, ວິ​ສາ​ຫະ​ກິ​ດ​ຈີນ​ໄດ້​ລົງ​ທຶນໂດຍ​ກົງຢູ່​ອາ​ຊຽນ​ມີ​ເຖິງ 10,59 ຕື້​ໂດ​ລາ​ສະ​ຫະ​ລັດ​.

ຄຳ​ເຫັນ

0