黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ: ຕົວ​ເລກ​ໃນ​ບົດ​ລາຍ​ງານ​ຂອງອົງ​ການ Afrobarometer ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ໝາຍ​​ອັນຕັ້ງ​ໜ້າ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​​ຟ​ຣິ​ກາ

2021-11-23 14:37:33 cri

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ພະ​ຈິກ​ນີ້, ມີ​ນັກ​ຂ່າວ​ຖາມ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, Afrobarometer ເຊິ່ງ​ເປັນ​ອົງ​ການ​ສຳ​ຫຼວດ​ຄວາມ​ຄິດ​ເຫັນ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ຟ​ຣິ​ກາ​ໄດ້​ປະ​ກາດ​ບົດ​ລາຍ​ງານ​​ສະ​ບັບ​ໜຶ່ງ​ທີ່ສະ​ແດງ​ໃຫ້​ເຫັນ​ວ່າ: ຈີນ​ມີ​ອິດ​ທິ​ພົນເປັນ​ອັນ​ດັບ​​ໜຶ່ງ​ຢູ່​ອາ​ຟ​ຣິ​ກາ, ຜູ້​ເຂົ້າ​ຮ່ວມ​ຕອບ​ແບບ​ສອບ​ຖາມ​ຄວາມ​ຄິດ​ເຫັນ​ມີ 66% ເຫັນ​ວ່າ​ອິດ​ທິ​ພົນດ້ານ​ເສດ​ຖະ​ກິດ​ແລະ​ການ​ເມືອງ​ຂອງ​ຈີນ​ຢູ່​ອາ​ຟ​ຣິ​ກາ​ເປັນ​ອິດ​ທິ​ພົນ​ທີ່​ດີ. ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

​ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ: ຕົວ​ເລກ​ທີ່​ກ່ຽວ​ຂ້ອງ​ໃນ​ບົດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ໝາຍ​ອັນ​ຕັ້ງ​ໜ້າ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຟ​ຣິ​ກາ​ຈາກ​ດ້ານ​ໜຶ່ງ. ທາດ​ແທ້​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຟ​ຣິ​ກາ​ແມ່ນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ແລະ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ປະ​ເທດ​ອາ​ຟ​ຣິ​ກາ. ​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ​ທີ່ຈີນ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ກັບ​ປະ​ເທດ​ອາ​ຟ​ຣິ​ກາ​ໃນ​ຂົງ​ເຂດ​ຕ່າງໆ​ຕາມ​ທັດ​ສະ​ນະ​ທີ່​ວ່າ: “ແທ້​ຈິງ, ໜັກ​ແໜ້ນ, ສະ​ໜິດ​ສະ​ໜົມ​ແລະ​ຈິງ​ໃຈ.”

ຈີນ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ອາ​ຟ​ຣິ​ກາ​ແມ່ນ​ເລີ່ມ​ຈາກ​ການ​ສ້າງຄວາມ​ຜາ​ສຸກ​​ໃຫ້​ກັບ​ປະ​ຊາ​ຊົນ​ອາ​ຟ​ຣິ​ກາ, ຍຶດ​ໝັ້ນ​​ການຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ແລະ​ຜົນ​ປະ​ໂຫຍດ​ຂອງ​ອາ​ຟ​ຣິ​ກາ, ຍຶດ​ໝັ້ນ​ການ​ຮ່ວມ​ມື​ໂດຍ​ບໍ່​ມີເງື່ອນ​ໄຂ​​ໃນ​ທາງການ​ເມືອງ​ໃດໆ​ແອບ​ແຟງ, ​ປະ​ຊາ​ຊົນ​ຈີນ​ມີ​ຄວາມ​ຈິງ​ໃຈ​ທີ່​ຫວັງ​ຢາກ​ໃຫ້​ປະ​ເທດ​ອາ​ຟ​ຣິ​ກາ​ຈະ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຕົນ​ເອງ​ແລະ​ສະ​ໜັບ​ສະ​ໜູນ​ປະ​ເທດ​ອາ​ຟ​ຣິ​ກາ​ເສີມ​ສ້າງ​ຄວາມ​ສາ​ມາດ​ໃນ​ການ​ພັດ​ທະ​ນາ​ຕົນ​ເອງ​ຕະ​ຫຼອດ​ມາ, ການ​ກະ​ທຳ​ຂອງ​ຈີນ​ກໍ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ແລະ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ປະ​ເທດ​ອາ​ຟ​ຣິ​ກາ.

ຄຳ​ເຫັນ

0