李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ມາ​ເລ​ເຊຍ​ກ່າວ​ວ່າ: ຄວາມ​ຈິງໄດ້ຢັ້ງ​ຢືນ​ໃຫ້​ເຫັນ​ວ່າ ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ອາ​ຊຽນ-ຈີນໃນ​ຮອບ 30 ປີ​ຜ່ານ​ມາ​ໄດ້​ຮັບ​ຜົນ​ສຳ​ເລັດ

2021-11-23 15:12:35 cri

ຕອນ​ເຊົ້າ​ວັນ​ທີ 22 ພະ​ຈິກນີ້, ທ່ານ ອິ​ສ​ມາ​ອິນ ຊາບ​ຣີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ປະ​ເທດ​ຕົນ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອ​ງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຈີນ-ອາ​ຊຽນ​ຄົບ​ຮອບ 30 ປີ​ຜ່ານ​ທາງວິ​ດີ​ໂອ.

ໃນ​ເວ​ລາ​ປະ​ກອບ​ຄຳ​ຄິດ​ເຫັນ​, ທ່ານ ອິ​ສ​ມາ​ອິນ ຊາບ​ຣີ ​ກ່າວ​ວ່າ, ເມື່ອ 30 ປີ​ກ່ອນ ພາຍຫຼັງ​​ໄດ້ປຶກ​ສາ​ຫາ​ລື​ກັບ​ປະ​ເທດ​ສະ​ມາ​ຊິກ​ອື່ນໆ​ຂອງ​ອາ​ຊຽນ​ແລ້ວ, ມາ​ເລ​ເຊຍ​ໄດ້​ຕົກ​ລົງ​ໃຫ້​ລັດ​ຖະ​ບານ​ປະ​ເທດ​ຕົນ​ເຊື້ອ​ເຊີນ​ປະ​ເທດ​ຈີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​​ອາຊ​ຽນ​ຄັ້ງ​ທີ 24 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ​ເມື່ອ​ປີ 1991, ຄວາມ​ຈິງ​ໄດ້​ຢັ້ງ​ຢືນ​ໃຫ້​ເຫັນ​ວ່າ, ນີ້​ແມ່ນ​ການ​ຕັດ​ສິນ​ໃຈ​ທີ່​ສະຫຼາດ, ນັບ​ແຕ່​ເວ​ລານັ້ນ​ເປັນ​ຕົ້ນ​ມາ, ສາຍ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ ໄດ້​ຂະ​ຫຍາຍ​ຕົວ​ເປັນ​ສາຍ​ພົວ​ພັນ​ທີ່​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ.

ທ່ານ ອິ​ສ​ມາ​ອິນ ຊາບ​ຣີ ໄດ້​ກ່າວ​ຕື່ມ​ວ່າ: ມາ​ເລ​ເຊຍ​​ຍ້ອງ​ຍໍ ​ຕໍ່​ປະ​ເທດ​ຈີນ​ຢ່າງ​ສູງ ທີ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ການຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ກັບ​ອາ​ຊຽນ ​ພ້ອມ​ດ້ວຍການ​ສະ​ໜັບ​ສະ​ໜູນຖາ​ນະ​ໃຈ​ກາງ ແລະ ການກໍ່​ສ້າງ​​ປະ​ຊາ​ຄົມ​ອາ​ຊຽນ. ທ່າ​ນ​ຍັງ​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ທີ່ຍົກ​​ລະ​ດັບສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ໃຫ້​ສູງ​ຂຶ້ນ​ເປັນ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ.”

ຄຳ​ເຫັນ

0