尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມູນ​ຄ່າ​ການ​ຄ້າການ​ສົ່ງ​ອອກ​ຂອງ​ໄທ​ໃນ​ປີ 2021 ອາດ​ຈະ​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ຮອບ 30 ປີ​ຜ່ານ​ມາ

2021-11-23 10:10:45 cri

      ວັນ​ທີ 22 ພະ​ຈິກ​ນີ້, ທ່ານ​ ຈຸ​ຣິນ ​ລັກ​ຊະ​ນະ​ວິ​ສິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ໄທ​​ໄດ້ໃຫ້​ຮູ້​ວ່າ: ​ນັບແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ຕຸ​ລາ​ຂອງ​ປີ​ນີ້, ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ໄທ​ໄດ້​ບັນ​ລຸ​ເຖິງ 222,7 ຕື້​ໂດ​ລາ​ສະ​ຫະ​ລັດ,ເພີ່ມ​ຂຶ້ນ 15,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ມູນ​ຄ່າ​ກາ​ນ​ນຳ​ເຂົ້າ​ໄດ້​ບັນ​ລຸ​ເຖິງ 221,1 ຕື້​ໂດ​ລາ​ສະ​ຫະ​ລັດ,ເພີ່ມ​ຂຶ້ນ 31,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ​ໄທ​ໄດ້​ປຽບ​ດຸນ​ການ​ຄ້າ​ເຖິງ 1,6 ຕື້​ໂດ​ລາ​ສະ​ຫະ​ລັດ.

      ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂອງ​ໄທ​ໄດ້ເຕີບ​ໂຕ​ເປັນ 12 ເດືອນ​ຕິດ​ຕໍ່​ກັນແລ້ວ, ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ໄດ້​ເຕີບ​ໂຕ​ເປັນ 8 ເດືອນ​ຕິດ​ຕໍ່​ກັນແລ້ວ.

      ທ່ານ ຈຸ​ຣິນ ລັກ​ຊະ​ນະ​ວິ​ສິດ ກ່າວ​ວ່າ: ເຊື່ອ​ວ່າ​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ໄທ​ໃນ​ໝົດ​ປີ​ນີ້​ອາດ​ຈະ​ເພີ່ມ​ຂຶ້ນ 15 ຫາ 16%, ຈະ​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ຮອບ 30 ປີ​ຜ່ານ​ມາ.

ຄຳ​ເຫັນ

0