蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ຈະ​ພົບ​ປະ​ກັບ​ເຈົ້າ​​ໜ້າ​ທີ່​ອີ​ຣານ

2021-11-23 11:22:19 CRI

ຕອນ​ຄ່ຳ​ວັນ​ທີ 22 ພະ​ຈິກ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່​ນ, ຄະ​ນະ​ຜູ້​ແທນ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ທີ່​ນຳ​ໂດຍ​ທ່ານ​ຣາ​ຟາ​ເອວ ໂກ​ຣ​ຊີ ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ດັ່ງ​ກ່າວ​ໄດ້​ເດີນ​ທາງ​ໄປ​ເຖິງ​ນະ​ຄອນຫຼວງ​ເຕ​ເຮ​ຣານປະ​ເທດ​ອີ​ຣານ​ແລ້ວ. ວັນ​ທີ 23 ພະ​ຈິກ​ນີ້, ທ່ານ​ຣາ​ຟາ​ເອວ ໂກ​ຣ​ຊີ ຈະ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​​ຮອດ​ຊີນ ອາ​ເມຍ ອັບ​ໂດ​ລາ​ຮຽນ ແລະ ​ທ່ານ​ໂມ​ຮາ​ມັດ ອີ​ສ​ລາ​ມີ ປະ​ທານ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ອີຣານ.

ຕາມ​ຂ່າວ​ສານ​ຕາ​ສ​ນິມ​ຂອງ​ອີ​ຣານ​ລາຍ​ງານ​ວ່າ: ການ​ສ້າງ​ຂອບ​ການ​ຮ່ວມ​ມື​ທີ່​ຈະ​ແຈ້​ງ​ລະ​ຫວ່າງ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ອີ​ຣານ ແລະ ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ແມ່ນ​ໜຶ່ງ​ໃນ​ຫົວ​ຂໍ້​ສຳ​ຄັນ​ໃນ​ການ​ເຈ​ລະ​ຈາ​ຄັ້ງ​ນີ້. ຍ້ອນ​ວ່າ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​ທີ່​ນະ​ຄອນ​ວຽນ​ຈະ​ເປີດ​ການ​ເຈ​ລະ​ຈາ​ຄືນ​ໃໝ່​ໃນ​ວັນ​ທີ 29 ພະ​ຈິກ​ນີ້, ສະ​ນັ້ນ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ຣາ​ຟາ​ເອວ ໂກ​ຣ​ຊີ​ຄັ້ງ​ນີ້​ກໍ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກວົງ​ການ​ຕ່າງໆ.

ຄຳ​ເຫັນ

0