黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO ກ່າວວ່າ: ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນທົ່ວໂລກມີ​ທັງ​ໝົດ​ເຖິງ 257.469.528 ກໍລະນີ

2021-11-24 11:07:17 cri

   ຕົວເລກຂໍ້ມູນຫຼ້າສຸດທີ່ອົງການອະນາໄມໂລກ ຫຼື WHO ເປີດເຜີຍໃນວັນທີ 23 ພະ​ຈິກ​ນີ້ສະ​ແດງໃຫ້​ເຫັນ​ວ່າ: ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ໂລກ​ມີ​ທັງ​ໝົດ​ເຖິງ 257.469.528 ກໍ​ລະ​ນີ.
    ຕົວເລກຂໍ້ມູນຫຼ້າສຸດທີ່ເປີດເຜີຍຢູ່ຕາມເວັບໄຊ WHO ສະແດງໃຫ້ເຫັນວ່າ: ມາຮອດເວ​ລາ 0 ໂມງ 45 ນາທີຂອງ​ວັນ​ທີ 24 ພະ​ຈິກນີ້ຕາມ​ເວ​ລາ​ວຽງ​ຈັນ, ຜູ້​ຖືກ​ບົ່ງ​ມະ​ຕິດ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ໂລກ​ເພີ່ມ​ໃໝ່​ມີ​ເຖິງ 436.031 ກໍ​ລະ​ນີ, ລວມ​ທັງ​ໝົດ​​ແມ່ນ 257.469.528 ກໍ​ລະ​ນີ, ມີ​ຜູ້​ເສຍ​ຊີ​ວິດ​ເພີ່ມ​ໃໝ່​ຍ້ອນ​ເປັນ​ພະ​ຍາດ​ດັ່ງ​ກ່າວ​ເພີ່ມ​ໃໝ່ 6.433 ຄົນ, ລວມ​ທັງ​ໝົດ​ແມ່ນ 5.158.211 ຄົນ.

ຄຳ​ເຫັນ

0