蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ປະ​ກາດ​​ລະ​ບາຍນ້ຳ​ມັນ​ເຊື້ອ​ໄຟ​​ໃນ​ຄັງ​ສຳ​ຮອງ​ທາງຍຸດ​ທະ​ສາດ 50 ລ້ານ​ບາ​ເຣວ​ເຂົ້າ​ສູ່​ຕະຫຼາດ ເພື່ອ​ສະ​ກັດ​ກັ້ນ​​ລາ​ຄາ​ນ້ຳ​ມັນ​ຖີບ​ຕົວ​ສູງ​ຂຶ້ນ​ຢ່າງວ່ອງ​ໄວ​

2021-11-24 13:37:23 CRI

ຕອນ​ເຊົ້າ​ວັນ​ທີ 23 ພະ​ຈິກ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ລະ​ບາຍນ້ຳ​ມັນ​ເຊື້ອ​ໄຟ​​ໃນ​ຄັງ​ສຳ​ຮອງ​ທາງຍຸດ​ທະ​ສາດ​ແຫ່ງ​ຊາດ 50 ລ້ານ​ບາ​ເຣວ​ເຂົ້າ​ສູ່​ຕະຫຼາດ​ນ້ຳ​ມັນ ເພື່ອ​ສະ​ກັດ​ກັ້ນ​​ລາ​ຄາ​ນ້ຳ​ມັນ​ທີ່​ຖີບ​ຕົວ​ສູງ​ຂຶ້ນ​ຢ່າງວ່ອງ​ໄວ​ ເພື່ອແກ້​ໄຂ​ຄວາມ​ບໍ່​ດຸນ​ດ່ຽງ​ກັນ​ດ້ານ​ການ​ສະ​ໜອງ​​ກັບ​ຄວາມ​ຕ້ອງ​ການ​ພາຍ​ໃນ​ປະ​ເທດ​ອາ​ເມ​ຣິ​ກາ ໃນ​ໄລ​ຍະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ບັນ​ຫາ​ອື່ນໆ. ນອກ​ຈາກ​ອາ​ເມ​ຣິ​ກາ​ແລ້ວ, ອິນ​ເດຍ, ສ.ເກົາຫຼີ ແລະ ຍີ່​ປຸ່ນ​ກໍ​ໄດ້​ເຂົ້າ​ຮ່ວມ​ແຜນ​ການ​ລະ​ບາຍນ້ຳ​ມັນ​ເຊື້ອ​ໄຟ​​ໃນ​ຄັງ​ສຳ​ຮອງ​ທາງຍຸດ​ທະ​ສາດ​ເຂົ້າ​ສູ່​ຕະຫຼາດ​ເຊັ່ນ​ກັນ.

ກ່ອນ​ໜ້າ​ນີ້, ສະ​ຫະ​ພັນ​ໂອ​ເປັກ+ ທີ່​ປະ​ກອບ​ດ້ວຍຫຼາຍ​ປະ​ເທດ​​ທີ່ສົ່ງ​ອອກ​ນ້ຳ​ມັນ ເຊັ່ນ: ຣັດ​ເຊຍ, ຊາ​ອູ​ດິດ​ອາ​ຣັບ​ບີ​ເປັນ​ຕົ້ນ​ໄດ້​ປະ​ຕິ​ເສດ​ຕໍ່​ຄຳ​ຮຽກ​ຮ້ອງ​ຂອງ​ອາ​ເມ​ຣິ​ກາ​ທີ່​​ໃຫ້ເພີ່ມ​ຜົນ​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ​ໃຫ້​ຫຼາຍຂຶ້ນ.

ຫວ່າງ​ມໍ່ໆ​ມາ​ນີ້, ລາ​ຄາ​ນ້ຳ​ມັນ​ໃນ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ອີງ​ຕາມ​ຕົວ​ເລກ​ຂອງ​ສະ​ມາ​ຄົມ​ລົດ​​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ: ໃນ​ວັນ​ທີ 21 ພະ​ຈິກ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ລາ​ຄາ​ສະ​ເລ່ຍ​ຂອງ​ນ້ຳ​ມັນ​ແອັດ​ຊັງ​ທຳ​ມະ​ດາ​ໃນ​ຕະຫຼາດ​ອາ​ເມ​ຣິ​ກາ​ໄດ້​ສູງ​ເຖິງ 3,409 ໂດ​ລາ​ສະ​ຫະ​ລັດ​ຕໍ່ 1 ແກນ​ລອນ, ເປັນ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 7 ປີ​ມາ​ນີ້.

ຄຳ​ເຫັນ

0