黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຊ່ວຍເຫຼືອວັດຖຸອຸປະກອນປ້ອງກັນພະຍາດໂຄວິດ-19 ໃຫ້ສາມແຂວງຂອງລາວງວດທຳອິດ

2021-11-24 10:26:03 CRI

ວັນທີ 23 ພະຈິກນີ້, ໃນນາມຄະນະກຳມະການປະສົມຊາຍແດນຈີນ-ລາວ, ກະຊວງການຕ່າງປະເທດຈີນໄດ້ຊ່ວຍເຫຼືອວັດຖຸອຸປະກອນປ້ອງກັນພະຍາດໂຄວິດ-19 ໃຫ້ສາມແຂວງເຂດຊາຍແດນທາງພາກເໜືອຂອງ ສປປ ລາວທີ່ຕິດກັບປະເທດຈີນ ຄື: ແຂວງຜົ້ງສາລີ, ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາງວດທຳອິດ ໂດຍພິທີຂົນສົ່ງໄດ້ຈັດຂຶ້ນຢູ່ດ່ານບໍ່ຫານ ກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາ ແຂວງຢຸນນານ, ຈາກນັ້ນກໍຂົນສົ່ງວັດຖຸອຸປະກອນງວດນີ້ອອກດ່ານບໍ່ຫານໄປໃຫ້ຝ່າຍລາວ.

ຂ່າວລາຍງານວ່າ, ວັດຖຸອຸປະກອນເຫຼົ່ານີ້ລວມມີອຸປະກອນເກັບຕົວຢ່າງນິວຄຼີອິກໂດຍອັດຕະໂນມັດ, ລະບົບວິໄຈທາງການແພດ PCR ອັດຕະໂນມັດ, ເຄື່ອງຜະລິດອົກຊີການແພດ, ເຄື່ອງຊ່ວຍຫາຍໃຈໃນການຂົນສົ່ງຄົນເຈັບ ແລະອື່ນໆ ໂດຍແມ່ນກະຊວງການຕ່າງປະເທດແຫ່ງ ສປ ຈີນມອບໝາຍໃຫ້ພະແນກການຕ່າງປະເທດ ຂອງອຳນາດການປົກຄອງແຂວງຢຸນນານເປັນຜູ້ຂົນສົ່ງໄປຊ່ວຍເຫຼືອຝ່າຍລາວ ແລະ ໃຫ້ພາກສ່ວນການຕ່າງປະເທດກິ່ງແຂວງສິບສອງພັ່ນນາ ເປັນຜູ້ຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ. ວັດຖຸອຸປະກອນທີ່ໃຫ້ການຊ່ວຍເຫຼືອລາວງວດນີ້ ຕົ້ນຕໍກໍເພື່ອສະໜັບສະໜູນເຂດຊາຍແດນລາວໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ໄດ້ໂດຍໄວເທົ່າທີ່ຈະໄວໄດ້.

ຄຳ​ເຫັນ

0