蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ສ້າງ​ດຳ​ນ້ຳ​​ນິວ​ເຄຼຍລະ​ຫວ່າງ​ອາ​ເມ​ຣິ​ກາ, ອັງ​ກິດ ແລະ ອົ​ສ​ຕ​ຣາ​ລີ ເປັນ​ໄພ​ຂົ່ມ​ຂູ່​ຕໍ່​​ພາກ​ພື້ນ ກໍ​ຄື​ທົ່ວ​ໂລກ

2021-11-25 11:22:47 CRI

ເວັບ​ໄຊ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຝ​ຣັ່​ງ​ໄດ້ແຈ້ງ​ຂ່າວ​ວ່າ: ກະ​ຊວງ​ການ​ຕ່າງ​ປະ​ເທດ​ຝ​ຣັ່ງ​ໄດ້​ຕອບ​ການ​ສອບ​ຖາມ​ກ່ຽວ​ກັບ​ສັນ​ຍາ​ໄລ​ຍະ​ທີ 1 ກ່ຽວ​ກັບ​ອາ​ເມ​ຣິ​ກາ​ແລະ​ອົ​ສ​ຕ​ຣາ​ລີ​ເລີ່ມ​​ກໍ່​ສ້າງ​​ເຮືອ​ດຳ​ນ້ຳ​ພະ​ລັງ​ງານ​ນິວ​ເຄຼຍ ໂດຍ​ກ່າວ​ວ່າ: ຄື​ກັນ​ກັບ​ຄຳ​ເວົ້າ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຝ​ຣັ່ງ, ຝ​ຣັ່ງ​ໄດ້​ປະ​ຕິ​ບັດ​ຕາມ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ​ຢ່າງ​ສຸ​ຂຸມ​ຮອບ​ຄອບ ແລະ ຈະ ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຕົນ​ຢ່າງ​ເດັດ​ດ່ຽວ.

ທ່ານ​ຈ້າວ​ລີ້​ຈ່ຽ​ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກໍ​ໄດ້​ກ່າວ​ເນັ້ນ​ໜັກ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ພະ​ຈິກ​ນີ້​ວ່າ: ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ສ້າງ​ດຳ​ນ້ຳ​ພະ​ລັງ​ງານ​ນິວ​ເຄຼຍລະ​ຫວ່າງ​ອາ​ເມ​ຣິ​ກາ, ອັງ​ກິດ ແລະ ອົ​ສ​ຕ​ຣາ​ລີ ບໍ່​ພຽງ​ແຕ່​ແມ່ນ​ວຽກ​ງານ​ລະ​ຫວ່າງ​ປະ​ເທດ​ສ່ວນ​ໜ້ອຍ​ເທົ່າ​ນັ້ນ ແລະ ກໍ​ບໍ່​ພຽງ​ແຕ່​ຈະ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ເທົ່າ​ນັ້ນ, ການ​ຮ່ວມ​ມື​ດັ່ງ​ກ່າວ​ອາດ​ຈະ​ເກີດ​ມີ​ຜົນ​ຮ້າຍ​ຢ້ອນຫຼັງ​ທີ່​ໜັກ​ໜ໋ວງ ເຊິ່ງ​ຈະເປັນ​ໄພ​ຂົ່ມ​ຂູ່​ຕໍ່​ພາກ​ພື້ນ ກໍ​ຄື​ທົ່ວ​ໂລກ.

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ຕື່ມ​ວ່າ: “ປະ​ຊາ​ຄົມ​ໂລກ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ: ອາ​ເມ​ຣິ​ກາ, ອັງ​ກິດ ແລະ ອົ​ສ​ຕ​ຣາ​ລີ​ຄວນ​ປະ​​ຖິ້ມ​ແນວ​ຄວາມ​ຄິດ​ສົງ​ຄາມ​ເຢັນ ແລະ ທັດ​ສະ​ນະ​ການ​ເມືອງ​​ພູ​ມີ​ພາກ​ທີ່​ຄັບ​ແຄບ, ​ເດີນໄປ​ຕາມ​ກະ​ແສ​ຂອງ​ຍຸກ​ສະ​ໄໝ​ແຫ່ງ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ, ຢຸດ​ຕິ​ການ​ກະ​ທຳ​​ສ້າງ​ກຸ່ມ​ກ້ອນ, ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຄວນ​ປະ​ຕິ​ບັດ​ຕາມ​ພັນ​ທະ​ສາ​ກົນ​ຂອງ​ຕົນ​ທີ່​ບໍ່​ແຜ່​ຜາຍ​ອາ​ວຸດ​ນິວ​ເຄຼຍ​​ຢ່າງ​ແທ້​ຈິງ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້​ນ​ຢ່າງ​ແທ້​ຈິງ, ຍົກ​​ເລີກການ​ຕັດ​ສິນ​ໃຈ​ທີ່​ກ່ຽວ​ຂ້ອງທີ່​ຜິດ​ພາດ ເພື່ອ​ໃຫ້​ຄຳ​ຕອບ​ແກ່​ປະ​ຊາ​ຄົມ​ໂລກ ດ້ວຍ​ຈິດ​ໃຈ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ.

ຄຳ​ເຫັນ

0