黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

CMG ອອກອາກາດລາຍການ “ລົດຊາດຂອງມາກາວ” ໂອກາດມາກາວກັບຄືນສູ່ອ້ອມກອດປະເທດຊາດຄົບຮອບ 22 ປີ

2021-11-25 16:34:30 CRI

ເພື່ອສະເຫຼີມສະຫຼອງວັນທີ່ມາກາວກັບຄືນສູ່ອ້ອມກອດຂອງປະເທດຊາດຄົບຮອບ 22 ປີ, ລາຍການສາລະຄະດີເລື່ອງ “ລົດຊາດຂອງມາກາວ” ທີ່ເປັນຟິມສາລະຄະດີໂທລະພາບທີ່ມີຄວາມລະອຽດສູງລະດັບ 4K ທີ່ສະຖານີວິທະຍຸໂທລະພາບສູນກາງ ຫຼື CMG ແລະ ເຂດບໍລິຫານພິເສດມາກາວຈີນຮ່ວມກັນຖ່າຍທຳນັ້ນ ໄດ້ຈັດພິທີອອກອາກາດຢູ່ນະຄອນກວາງໂຈ່ວ ເທດສະບານແຂວງກວາງຕຸ້ງໃນວັນທີ 24 ພະຈິກນີ້ ໂດຍມີທ່ານໂຮຢັດເຊງ ຜູ້ວ່າການເຂດບໍລິຫານພິເສດມາກາວ ແລະ ທ່ານເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ​ຜູ້ອຳນວຍການໃຫຍ່ສະຖານີວິທະຍຸໂທລະພາບສຸູນກາງຈີນ ໄດ້ຮ່ວມກັນເປີດ ພິທີອອກອາກາດດັ່ງກ່າວ.

ຂ່າວລາຍງານວ່າ, ລາຍການ “ລົດຊາດຂອງມາກາວ” ລະດັບ 4K ນີ້ໄດ້ເລົ່າເຖິງຂະບວນການພັດທະນາວັດທະນະທຳດ້ານອາຫານຂອງມາກາວ ໂດຍຖືອາຫານທີ່ແຊບຊ້ອຍເປັນຈຸດ​ເດັ່ນ​, ໄດ້ສ່ອງແສງໃຫ້ເຫັນເຖິງໝາກຜົນອັນຍິ່ງໃຫຍ່ທີ່ມາກາວຍາດມາໄດ້ໃນການພັດທະນາເສດຖະກິດ-ສັງ​ຄົມແບບກ້າວກະໂດດຂັ້ນ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ການ​ສ້າງຄວາມປອງດອງກັນແລະຄວາມສະຫງົບ​ທາງສັງຄົມ, ການຊຸກຍູ້ສົ່ງເສີມເຊິ່ງກັນແລະກັນລະຫວ່າງວັດທະນະທຳຫຼາຍເຄົ້າ ແລະດ້ານອື່ນໆ ນັບຕັ້ງແຕ່ມາກາວກັບຄືນສູ່​ອ້ອມກອດຂອງປະເທດຊາດຕະຫຼອດໄລຍະ 22 ປີ​ເປັນ​ຕົ້ນມາ. ລາຍການໂທລະພາບດັ່ງກ່າວຈະເລີ່ມອອກອາກາດຢູ່ຊ່ອງ CCTV-9, ​ແອັບ​ຢັ່ງ​ສຶ​ຜິນ ແລະ ໃນເວັບໄຊຂອງ CMG ນັບແຕ່ວັນທີ 20 ທັນວາໜ້ານີ້ເປັນຕົ້ນໄປ, ແລະຈະອອກອາກາດຢູ່ຕ່າງປະເທດໂດຍຜ່ານໂທລະພາບສາກົນຈີນ ຫຼື CGTN.

ຄຳ​ເຫັນ

0