尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ​ອາ​ທິດ​ຜ່ານ​ມາ ອັດ​ຕາ​ການຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່​ພາກ​ພື້ນ​ເອີ​ຣົບ​ແມ່ນ​ຢູ່​ໃນ​ລະ​ດັບ​ສູງ​ສຸດ

2021-11-25 16:18:36 cri

      ວັນ​ທີ 23 ພະ​ຈິກ​ນີ້, ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ໄດ້​ເປີດ​ເຜີຍ​​ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຂອງ​ໂລກ​ປະ​ຈຳ​ອາ​ທິດ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ອາ​ທິດ​ຜ່ານ​ມາ, ເຂດ​ທີ່​ມີ​ອັດ​ຕາ​ການຕິດ​ເຊື້ອພະ​ຍາດ​ໂຄວິດ-19 ​ຫຼາຍ​ທີ່​ສຸດ​ແມ່ນ​ພາກ​ພື້ນ​ເອີ​ຣົບ,​ສ່ວນຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຢູ່​ພາກ​ພື້ນ​ປາ​ຊີ​ຟິກ​ຕາ​ເວັນ​ຕົກ​ແລະ​ທະ​ວີບ​ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.

      ບົດ​​ລາຍ​ງານດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ: ແຕ່​ວັນ​ທີ 15 ຫາ 21 ພະ​ຈິກ​ນີ້, ບັນ​ດາ​ປະ​ເທດ​ໃນ​ໂລກ​ໄດ້​ລາຍ​ງານກ່ຽວ​ກັບ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ອົງ​ການ​ອະ​ນາ​ໄມ​ໂລກ​ວ່າ​ມີເກືອບ 3,6 ລ້ານ​ກໍ​ລະ​ນີ​ແລະ​ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຫຼາຍກວ່າ 51 ພັນ​ຄົນ, ​ຕົວ​ເລກ​ຂໍ້​ມູນ​ດັ່ງ​ກ່າວ​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນ 6% ເມື່ອ​ທຽບ​ໃສ່​ອາ​ທິດ​​ກ່ອນ. 5 ປະ​ເທດ​ທີ່​ມີ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຫຼາຍ​ທີ່​ສຸດ​ໃນ​ອາ​ທິດ​​ຜ່ານ​ມາ​ຍັງແມ່ນ​ອາ​ເມ​ຣິ​ກາ,ເຢຍ​ລະ​ມັນ,ອັງ​ກິດ,ຣັດ​ເຊຍ​ແລະ​ຕວກ​ກີ.

ຄຳ​ເຫັນ

0