尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ຫຼີ​ເຄີ້​ສຽງ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ-ເອີ​ຣົບ​ຄັ້ງ​ທີ 13

2021-11-25 11:37:31 cri

      ວັນ​ທີ 24 ພະ​ຈິກ​ນີ້, ທ່ານ ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ແຈ້ງ​ໃຫ້​ຮູ້ວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານ ຮຸນ​ເຊັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ-ເອີ​ຣົບ​ຄັ້ງ​ທີ 13 ທີ່​ຈະ​ຈັດ​ຂຶ້ນແຕ່​ວັນ​ທີ 25 ຫາ​ວັນ​ທີ 26 ພະ​ຈິກ​ນີ້. ກອງ​ປະ​ຊຸມ​ຈະ​ຈັດ​ຂຶ້ນ​​ໃນ​ຮູບ​ແບບຜ່ານ​ທາງວິ​ດີ​ໂອ.

      ນອກ​ນີ້, ໂດຍ​ຕອບ​ສະ​ໜອງ​ຕາມ​ການເຊື້ອ​ເຊີນ​ຂອງ​ທ່ານ​ ອັ​ສ​ກາ ມະ​ມິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ຊັກ​ສະ​ຖານ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຄັ້ງ​ທີ 20 ຢູ່​ປັກກິ່ງ. ກ​ອງ​ປະ​ຊຸມ​ດັ່ງ​ກ່າວ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ພະ​ຈິກ​ໃນ​ຮູບ​ແບບ​ຜ່ານ​ທາງວິ​ດີ​ໂອ​ໂດຍ​ມີ​ປະ​ເທດ​ກາ​ຊັກ​ສະ​ຖານ​ເປັນ​ປະ​ເທດ​ເຈົ້າ​ພາບ.

ຄຳ​ເຫັນ

0