蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ສະ​ໜອງວັກ​ຊິນ​​ໂຄວິດ-19 ຫຼາຍກວ່າ 1,8 ຕື້​ຫຼອດ​​ໃຫ້ແກ່​ປະ​ຊາ​ຄົມ​ໂລກ

2021-11-26 10:22:46 CRI

ອົງ​ການ​ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ​ສາ​​ກົນ​ແຫ່ງ​ຊາດ​ຈີນ​ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ຄຽງ​ຄູ່​ກັບ​ວັກ​ຊິນ​ປ້ອງ​ກັນ​ໂຄວິດ-19 ຈຳ​ນວນ 7 ແສນຫຼອດ​ທີ່​ປະ​ເທດ​ຈີນ​ຊ່ວຍ​ເຫຼືອ​ປະ​ເທດ​ລາວ​ໄດ້​ຖືກ​ຂົ​ນ​ສົ່ງ​ໃນ​ມື້​ນີ້​ແລ້ວ, ຈີນ​ໄດ້​ສະ​ໜອງວັກ​ຊິນ​ປ້ອງ​ກັນ​ໂຄວິດ-19 ທັງ​ໝົດ 6,9 ລ້ານຫຼອດ​ໃຫ້​ແກ່​ປະ​ເທດ​ລາວ ເຊິ່ງ​ໄດ້​ກາຍ​ເປັນ​​ແຫຼ່ງ​ທີ່​ມາ​ຂອງວັກ​ຊິນ​ຕົ້ນ​ຕໍ​ສຳ​ລັບ​ປະ​ເທດ​ລາວ.

ທ່ານ​ເຕິ້ງ​ຊິງ​ໂປ່ ຮອງ​ຫົວ​ໜ້າ​ອົງ​ການ​ຮ່ວມ​ມື​​ເພື່ອ​ການ​ພັດ​ທະ​ນ​າ​ສາ​ກົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ການ​ຮ່ວມ​ມື​ຈີນ-ລາວ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ຮ່ວມ​ມື​ຈີນ-ອາ​ຊຽນ, ອາ​ຊຽນ​ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ ແລະ ເປົ້າ​ໝາຍ​ບູ​ລິ​ມະ​ສິດ​ຂອງ​ປະ​ເທດ​ຈີນ. ຈີນ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ລ້າ​ວັກ​ຊິນ​ໂຄວິດ-19 ແກ່​ປະ​ເທດ​ອາ​ຊຽນອີກ 150 ລ້ານຫຼອດ​ ແລະ ​ຈະໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ພັດ​ທະ​ນາ 1,5 ຕື້​ໂດ​ລາ​ສະ​ຫະ​ລັດ​ແກ່​ອາ​ຊຽນ​ໃນໄລ​ຍະ 3 ປີ​ຂ້າງ​ໜ້າ​ນີ້.

ມາ​ຮ​ອດ​ປັດ​ຈຸ​ບັນ​ນີ້, ຈີນ​ໄດ້​ສະ​ໜອງວັກ​ຊິນ​​ໂຄວິດ-19 ຫຼາຍກວ່າ 1,8 ຕື້​ຫຼອດ​ ແລະ ວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃຫ້ແກ່​ປະ​ຊາ​ຄົມ​ໂລກເປັນ​ຈຳ​ນວນຫຼວງຫຼາຍ​ແລ້ວ.

ຄຳ​ເຫັນ

0