蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສາມປະເທດລວມທັງປະເທດລາວຈະພົ້ນອອກຈາກປະເທດດ້ອຍພັດທະນາ

2021-11-26 09:33:16 CRI

ໃນວັນທີ 24 ພະຈິກນີ້, ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຮັບຮອງ ມະຕິກ່ຽວກັບການນຳເອົາປະເທດລາວ, ບັງກຼາເດັດ ແລະ ເນປານ ອອກຈາກບັນຊີລາຍຊື່ປະເທດດ້ອຍພັດທະນາ.

 

ມະຕິດັ່ງກ່າວໄດ້ລະບຸວ່າ: ອີງຕາມຂໍ້ສະເໜີຂອງຄະນະກຳມະການນະໂຍບາຍການພັດທະນາຂອງອົງການສະຫະປະຊາຊາດ ແລະ
ໂດຍພິຈາລະນາເຖິງຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ໃຫ້ໄລຍະເວລາ 3 ປະເທດດັ່ງກ່າວກະກຽມ
5 ປີແກ່ ເຊິ່ງໄລຍະເວລານີ້ໄດ້ລື່ນກາຍ 3 ປີທີ່ເປັນໄລຍະເວລາປົກກະຕິ.

 

ມະຕິດັ່ງກ່າວຍັງໄດ້ເນັ້ນໜັກອີກວ່າ: ການນຳເອົາຊື່ຂອງປະເທດທີ່ກ່ຽວຂ້ອງອອກຈາກບັນຊີລາຍຊື່ປະເທດດ້ອຍພັດທະນາ
ເວົ້າສຳລັບປະເທດເຫຼົ່ານັ້ນແລ້ວແມ່ນມີຄວາມໝາຍສຳຄັນທີ່ເປັນຂີດໝາຍປະຫວັດສາດຂອງປະເທດເຫຼົ່ານັ້ນ.
ນອກນີ້, ໃນມະຕິຍັງໄດ້ເນັ້ນໜັກຕື່ມວ່າ: ການນຳເອົາຊື່ອອກຈາກບັນຊີລາຍຊື່ປະເທດດ້ອຍພັດທະນາ
ບໍ່ຄວນສົ່ງຜົນເຮັດໃຫ້ແຜນພັດທະນາ ແລະ ໂຄງການການພັດທະນາຢຸດຊະງັກ ຫຼື ຖອຍຫຼັງ.

 

ມາຮອດປັດຈຸບັນ, ໃນທົ່ວໂລກມີ 46 ປະເທດດ້ອຍພັດທະນາ ລວມທັງປະເທດລາວ, ບັງກຼາເດັດ ແລະ ເນປານ, ໃນນັ້ນສ່ວນຫຼາຍແມ່ນປະເທດຢູ່ອາຟຣິກາ.

ຄຳ​ເຫັນ

0