蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດ​ມູນ​ຄ່າ​ການ​ຄ້າ​ຈີນ-ອາ​ຊຽນ​ໃນ​ປີ​ນີ້​ຈະ​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປະ​ຫວັດ​ສາດ

2021-11-26 10:21:22 CRI

ຫວ່າງ​ມໍ່ໆ​ມາ​ນີ້, ຈີນ​ໄດ້​ປະ​ກາດ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ​ອາ​ຊຽນ. ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ພະ​ຈິກ​ນີ້, ທ່ານນາງ​ຊູ້​ຢຸ້ຍ​ຖິງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​​ຈີນກ່າວ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ໄດ້​ບັນ​ລຸເຖິງ 703,3 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 30% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ໝົດ​ປີ​ຈະ​ສ້າງ​ສະ​ຖິ​ຕິໃໝ່​ໃນ​ປະ​ຫວັດ​ສາດ.

ທ່ານນາງ​ຊູ້​ຢຸ້ຍ​ຖິງ​ກ່າວ​ວ່າ: ມາ​ຮອດ​ປັດ​ຈຸ​ບັນ, ນັບ​ລວມ​ແລ້ວ, ​ຍອດ​ມູນ​ຄ່າ​ການ​ລົງ​ທຶນ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ມີ​ເກືອບ 300 ຕື້​ໂດ​ລາ​ສະ​ຫະ​ລັດ. ໃນ​ໄລ​ຍະ​ຕໍ່​ໄປ, ກະ​ຊວງ​ການ​ຄ້າ​ຈີນ​ຈະ​ຮ່ວມ​ກັບ​ອາ​ຊຽນ ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນລະ​ຫວ່າງຜູ້ນຳ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ ​​ຢ່າງ​ຮອບ​ດ້ານ, ເລີ່ມ​​ກໍ່​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ສະ​ບັບ 3.0, ຈັບ​ມື​ກັນ​ເພື່ອ​ສ້າງ​ສາຍ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ຊຽນ​ທີ່ກວມ​ລວມ, ທັນ​ສະ​ໄໝ, ຮອບ​ດ້ານ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ປະ​ກອບ​ສ່ວນ​ເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ.

ຄຳ​ເຫັນ

0