尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ​ກອງ​ປະ​ຊຸມ​ເຈ​ລະ​ຈາ​ຈີນ,ຣັດ​ເຊຍແລະອິນ​ເດຍ​ຈະ​ເພີ່ມ​ຄວາມ​ໝັ້ນ​ທ່ຽງ​ແລະ​ພະ​ລັງ​ທີ່​ສ້າງ​ສັນ​ໃຫ້​ກັບ​ໂລກ​ຫຼາຍກວ່າ​ເກົ່າ

2021-11-26 11:13:54 cri

      ວັນ​ທີ 25 ພະ​ຈິກ​ນີ້, ທ່ານ ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ໄດ້​ແຈ້ງ​ໃຫ້​ຮູ້​ໃນກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ທ່ານ ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຈ​ລະ​​ຈາ​​ລະ​ດັບລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ,ຣັດ​ເຊຍ​ແລະອິນ​ເດຍ​ຄັ້ງ​ທີ 18 ​ໃນ​ວັນ​ທີ 26 ພະ​ຈິກ​ນີ້ໂດຍ​ຜ່ານ​ທາງວິ​ດີ​ໂອ.

      ທ່ານ ຈ້າວ​ລີ້​ຈ່ຽນ ກ່າວ​ວ່າ: ການ​ເຈ​ລະ​ຈາ​ຄັ້ງ​ນີ້​​ເປັນ​ການ​ລົງ​ເລິກ​ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ 3 ປະ​ເທດ​ຈີນ,ຣັດ​ເຊຍ​ແລະ​ອິນ​ເດຍ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19,ລັດ​ທິ​ຫຼາຍ​ຝ່າຍ,ບັນ​ຫາ​​ພົ້ນ​ເດັ່ນ​ຂອງ​ພາກ​ພື້ນ-​ສາ​ກົນ​ແລະ​ອື່ນໆ.

      ຈີນ​ຫວັງ​ວ່າ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ຄັ້ງ​ນີ້ຮ່ວມ​ກັບ​ຣັດ​ເຊຍ​ແລະ​ອິນ​ເດຍ​ຈະ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ສື່​ສານ​ກັນ,ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ,ເພື່ອ​ສົ່ງ​ສັນ​ຍານ​ໃນ​ທາງ​ສັງ​ຄົມໃຫ້​ກັບ​ໂລກ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ລັດ​ທິ​ຫຼາຍ​ຝ່າຍ​ຢ່າງ​ແທ້​ຈິງ,ຊຸກ​ຍູ້​ການ​ພົວ​ພັນ​ສາ​ກົນ​ໃຫ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ,ຮ່ວ​ມມືກັນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19,​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຄືນ​ໃໝ່,ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ,ເພື່ອ​ເພີ່ມ​ຄວາມ​ໝັ້ນ​ທ່ຽງ​ແລະ​ພະ​ລັງ​ທີ່​ສ້າງ​ສັນໃຫ້​ກັບ​ໂລກ​ທີ່​ມີ​ການ​ປ່ຽນ​ແປງ​ທີ່​ສັບ​ສົນ​ໃຫ້​ຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0