黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນ​ຫຼວງ​​ໂຊ​ມາ​ລີ​ເກີດ​ເຫດ​​ໂຈມ​ຕີແບບ​ສະ​ຫຼະ​ຊີບ​ດ້ວຍລົດ​ລະ​ເບີດ

2021-11-26 14:36:49 cri

ນະ​ຄອນ​ຫຼວງ​​ໂຊ​ມາ​ລີ​ເກີດ​ເຫດ​​ໂຈມ​ຕີແບບ​ສະ​ຫຼະ​ຊີບ​ດ້ວຍລົດ​ລະ​ເບີດ_fororder_357a2195e5bdf22f17217d13a65ea742u5

ວັນ​ທີ 25 ພະ​ຈິກ​ນີ້, ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ໂຊ​ມາ​ລີ​ກ່າວ​ວ່າ: ໂຮງ​ຮຽນ​ແຫ່ງ​ໜຶ່ງ​ທີ່​ຕັ້ງ​ຢູ່​ນະ​ຄອນ​ຫຼວງ​ໂມ​ກະ​ດິ​ຊູ​ຂອງ​ໂຊ​ມາ​ລີ​ໄດ້​ເກີດ​ເຫດ​ການ​ໂຈມ​ຕີ​​ແບບ​ສະ​ຫຼະ​ຊີບດ້ວຍ​ລົດ​ລະ​ເບີດ​ໃນ​ຕອນ​ເຊົ້າ​ວັນ​ທີ 25 ພະ​ຈິກ​ນີ້, ໄດ້​ສົ່ງ​ຜົນ​ເຮັ​ດ​ໃຫ້ 8 ຄົນ​ເສຍ​ຊີ​ວິດ​ແລະ 17 ຄົນ​ບາດ​ເຈັບ.

ກຸ່ມ​ອານ​ຊາ​ບາບເຊິ່ງ​ເປັນ​ກຸ່ມ​ຫົວ​ຮຸນ​ແຮງ​ທີ່​ພົວ​ພັນ​ກັບ​ກຸ່ມອານ​ເຄດ​ະ​ໄດ້​ສະ​ແດງ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ການ​ດັ່ງ​ກ່າວ. ​ໃນ​ຫຼາຍ​ປີ​ມາ​ນີ້, ກຸ່ມ​ດັ່ງ​ກ່າວ​ໄດ້​ກໍ່​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຫຼາຍ​ເທື່ອ​ຢູ່ໂຊ​ມາ​ລີ​ແລະ​ປະ​ເທດ​ໃກ້​ຄຽງ​​ໂຊ​ມາ​ລີ.

ນະ​ຄອນ​ຫຼວງ​​ໂຊ​ມາ​ລີ​ເກີດ​ເຫດ​​ໂຈມ​ຕີແບບ​ສະ​ຫຼະ​ຊີບ​ດ້ວຍລົດ​ລະ​ເບີດ_fororder_b225c3e9152b540621dc41c9eb4a5451u5

 

ຄຳ​ເຫັນ

0