尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ຕໍ່​ວ່າ​ທັກ​ທ້ວງ​ອາ​ເມ​ຣິ​ກາ​ຢ່າງ​ເຄັ່ງ​ຂຶມກ່ຽວ​ກັບວິ​ສາ​ຫະ​ກິດ​ຈີນ 12 ແຫ່ງ​ຖືກ​ອາ​ເມ​ຣິ​ກາ​ຈັດ​ເຂົ້າ​ໃນ “ບັນ​ຊີ​ລາຍ​ຊື່​ນິ​ຕິ​ບຸກ​ຄົນ”ທີ່​ຈະ​ຂວ້ຳ​ບາດ

2021-11-26 11:14:33 cri

      ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ກະ​ຊວງ​ການ​ຄ້າ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ພະ​ຈິກ​ນີ້, ມີ​ສື່ມວນ​ຊົນ​ຖາມ​ວ່າ: ວັນ​ທີ 24 ພະ​ຈິກ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ກະ​ຊວງ​ການ​ຄ້າ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ວ່າ: ວິ​ສາ​ຫະ​ກິດ​ຈີນ 12 ແຫ່ງ​ໄດ້​ຖືກ​ຈັດ​ເຂົ້າ​ໃນ “ບັນ​ຊີ​ລາຍ​ຊື່​ນິ​ຕິ​ບຸກ​ຄົນ” ທີ່​ບໍ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຫຼື​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ອາ​ເມ​ຣິ​ກາ. ກະ​ຊວງ​ການ​ຄ້າ​ຈີນ​ມີ​ຄຳ​ຕອບ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

      ທ່ານ ຊູ້​ຢູ້​ຖີງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ກະ​ຊວງ​ການ​ຄ້າ​ອາ​ເມ​ຣິ​ກາ​​ຂຶ້ນ​ບັນ​ຊີ​ລາຍ​ຊື່​ການ​ຂວ້ຳ​ບາດ​ສະ​ບັບ​ໃໝ່​ເຊິ່ງ​ບໍ່​ສອດ​ຄ່ອງ​ກັບ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ປະ​ມຸກ​ລັດ​ຂອງ​ສອງ​ປະ​ເທດ​ຈີນ-ອາ​ເມ​ຣິ​ກາ,ບໍ່​ມີ​ຜົນ​ດີ​ຕໍ່​ທັງ​ສອງ​ປະ​ເທດ,ບໍ່​ມີ​ຜົນ​ດີ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງຕ່ອງ​ໂສ້​ການ​ສະ​ໜອງ​ແລະ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ຂອງ​ໂລກ​ແລະ​ການ​ຟື້​ນ​ຟູ​ເສດ​ຖະ​ກິດ​ໂລກ​ຄືນ​ໃໝ່. ອາ​ເມ​ຣິ​ກາ​ສວຍ​ໃຊ້​ທັດ​ສະ​ນະ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​​ຢ່າງຊະ​ຊາຍ,ວາງ​ມາດ​ຕະ​ການ​ຂວ້ຳ​ບາດ​ຕາມ​ລຳ​ພັງ​ໃຈ,ຂາດ​​ຫຼັກ​ຖານ​ອ້າງ​ອີງຕາມ​ຄວາມ​ເປັນຈິງ​ຢ່າງ​ໜັກ​ໜ່ວງ,ລະ​ບຽບ​ການ​ມີ​ຄວາມ​ບໍ່​ໂປ່ງ​ໃສ​ທີ່​ສຸດ,ຈີນ​ໄດ້​ກ່າວ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ແລະ​ຈະ​ຕໍ່​ວ່າ​ທັກ​ທ້ວງ​ອາ​ເມ​ຣິ​ກາ​ຢ່າງ​ເຄັ່ງ​ຂຶມ.

ຄຳ​ເຫັນ

0