ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຂ່າວລາຍງານວ່າ: ຫວ່າງມໍ່ໆມານີ້, ທ່ານ ຊອງອີຟ ເລີ ດຣິຢອງ ລັດຖະມົນຕີກະຊວງການຕ່າງປະເທດຝຣັ່ງໄດ້ໃຫ້ສຳພາດຕໍ່ສື່ມວນຊົນຝຣັ່ງ ໂດຍໄດ້ຕຳໜິການຮ່ວມມືລະຫວ່າງຈີນກັບອາຟຣິກາ.
ຕໍ່ກັບການສະແດງທ່າທີກ່ຽວກັບການຮ່ວມມືຈີນ-ອາຟຣິກາຂອງລັດຖະມົນຕີກະຊວງການຕ່າງປະເທດຝຣັ່ງ, ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 25 ພະຈິກນີ້ວ່າ: ຈີນໄດ້ຮັກສາຖານະເປັນປະເທດຄູ່ຮ່ວມການຄ້າໃຫຍ່ອັນດັບໜຶ່ງຂອງອາຟຣິກາເປັນເວລາ 12 ປີລຽນຕິດແລ້ວ. ນັບແຕ່ເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາສ້າງຕັ້ງຂຶ້ນເປັນຕົ້ນມາ,ວິສາຫະກິດຈີນໄດ້ເພີ່ມການສ້າງແລະຍົກລະດັບທາງລົດໄຟໃຫ້ແກ່ອາຟຣິກາຫຼາຍກວ່າ 10 ພັນກິໂລແມັດ,ທາງຫຼວງເກືອບ 1 ແສນກິໂລແມັດ,ໄດ້ສ້າງວຽກເຮັດງານທຳລວມທັງໝົດຫຼາຍກວ່າ 4,5 ລ້ານຕຳແໜ່ງງານ. ທັງໝົດນີ້ລ້ວນແຕ່ໄດ້ເລັ່ງການພັດທະນາອາຟຣິກາໃຫ້ໄວຂຶ້ນແລະແຂງແຮງ,ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນໃຫ້ສູງຂຶ້ນ ເຊິ່ງປະຊາຄົມໂລກເຫັນໄດ້ຢ່າງປະຈັກຕາ.
ທ່ານ ຈ້າວລີ້ຈ່ຽນ ກ່າວຕື່ມວ່າ: ປະສິດທິຜົນດ້ານການຮ່ວມມືລະຫວ່າງຈີນ-ອາຟຣິກາດີຫຼືບໍ່ດີ,ປະຊາຊົນອາຟຣິກາມີສິດເວົ້າຫຼາຍທີ່ສຸດ. ຫວັງວ່າປະເທດທີ່ກ່ຽວຂ້ອງຈະຕີລາຄາການຮ່ວມມືຈີນ-ອາຟຣິກາຢ່າງຍຸຕິທຳແລະພາວະວິໄສ,ຮັບຟັງຫາງສຽງຂອງເພື່ອນມິດອາຟຣິກາໃຫ້ຫຼາຍ,ເຮັດເລື່ອງດີແລະເລື່ອງຈິງໃຫ້ກັບອາຟຣິກາໃຫ້ຫຼາຍກວ່າເກົ່າ.
ຄຳເຫັນ
0