尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເຜີຍ​ແຜ່​ປື້ມ​ປົກ​ຂາວ “ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ​ໃນ​ຍຸກ​ໃໝ່”

2021-11-26 11:20:20 cri

      ວັນ​ທີ 26 ພະ​ຈິກ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ເຜີຍ​ແຜ່​ປື້ມ​ປົກ​ຂາວ “ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ​ໃນ​ຍຸກ​ໃໝ່”.

     ປື້ມ​ປົກ​ຂາວ​ລວມ​ມີ 4 ພາກ​ສ່ວນ,ຕ່າງ​ກໍ່​ແມ່ນ:ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຟ​ຣິ​ກາ​ທີ່​ແໜ້ນ​ແຟ້ນ​ກວ່າ​ເກົ່າ,ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຟ​ຣິ​ກາ​ໃນ​ຂົງ​ເຂດ​ຕ່າງໆ​ໃນ​ຍຸກ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ,​ເພີ່ມ​ທະ​ວີການ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນກວ່າ​ເກົ່າ,​ບຸກ​ເບີກ​ເນື້ອ​ໃນ​ການ​ຮ່ວມ​ມື​ໃໝ່​ໃຫ້​ກັບ​ການ​ພົວ​ພັນ​ຈີນ-ອາ​ຟ​ຣິ​ກາ.

      ປື້ມ​ປົກ​ຂາວ​​ໄດ້ໃຫ້​ຮູ້​ວ່າ: ປັດ​ຈຸ​ບັນ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຟ​ຣິ​ກາ​ໄດ້​ຢູ່​ໃນ​ໄລ​ຍະ​ທີ່​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ,ໝາກ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຟ​ຣິ​ກາ​​ໄດ້​ຂະ​ຫຍາຍ​ຕົວ​ໄປ​ທົ່ວແຜ່ນ​ດິນ​ອາ​ຟ​ຣິ​ກາ,ໄດ້​ປັບ​ປຸງ​ເງື່ອນ​ໄຂ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ອາ​ຟ​ຣິ​ກາ​ໃຫ້​ດີ​ຂຶ້ນ,ແລະ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ທີ່​ແທ້​ຈິງ​ມາ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຝ່າຍ.

      ປື້ມ​ປົກ​ຂາວ​ກ່າວ​ວ່າ: ສອງ​ຝ່າຍ​ຈະ​ລົງ​ເລິກການ​ສ້າງ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ,ຊຸກ​ຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ,ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ,ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ການ​ນຳ​ໜ້າ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ,ຊຸກ​ຍູ້​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃຫ້​ກ້າວ​ເຂົ້າສູ່​ລວງ​ເລິກ​ຢ່າງ​ແທ້​ຈິງ,ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ອາ​ຟ​ຣິ​ກາ​ໃຫ້​ພັດ​ທະ​ນາ​ແລະ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ທີ່​ສູງກວ່າ​ເກົ່າ​ແລະ​ຂົງ​ເຂດ​ທີ່ກວ້າງ​ຂວາງກວ່າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ,ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດທີ່​ສວຍ​ງາມກວ່າ​ເກົ່າ​ໃຫ້​ແກ່​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ.

ຄຳ​ເຫັນ

0