尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປັດ​ຈຸ​ບັນ ຈີນ​ໄດ້​​ສະ​ໜອງ​ວັກ​ຊີນ​ໂຄວິດ-19 ໃຫ້​​ແກ່ອາ​ຟ​ຣິ​ກາ​ທັງ​ໝົດ​ເກືອບ 200 ລ້ານ​ຫຼອດ

2021-11-27 16:44:01 cri

      ວັນ​ທີ 26 ພະ​ຈິກ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ສະ​ພາບ​ທີ່​ກ່ຽວ​ຂ້ອງ​ກັບ​ປື້ມ​ປົກ​ຂາວ “ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ​ໃນ​ຍຸກ​ໃໝ່”, ທ່ານ ອູ​ເຜິງ ຫົວ​ໜ້າ​ກົມ​ອາ​ຟ​ຣິ​ກາ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ວ່າ: ຈີນ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່ “​ເຮັດໃຫ້​ວັກ​ຊີນ​ໂຄວິດ-19 ​ກາຍເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກ” ຢ່າງ​ຕັ້ງ​ໜ້າ,ໄດ້​ນຳ​ໜ້າ​ຊ່ວຍ​ເຫຼືອ​ວັກ​ຊີນ​ໂຄວິດ-19 ໃຫ້​ກັບ​ປະ​ເທດ​ອາ​ຟ​ຣິ​ກາ, ປັດ​ຈຸ​ບັນ, ໄດ້​ສະ​ໜອງ​ວັກ​ຊີນ​ໂຄວິດ-19 ໃຫ້​​ແກ່​ອາ​ຟ​ຣິ​ກາ​ທັງ​ໝົດ​ເກືອບ 200 ລ້ານ​ຫຼອດ.

      ທ່ານ ອູ​ເຜິງ ກ່າວ​ວ່າ: ນັບ​ແຕ່​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ຟ​ຣິ​ກາ​ແລ້ວ, ພວກ​ເຮົາ​ໄດ້​ເດີນ​ທາງ​ໄປ​ຊ່ວຍ​ອາ​ຟ​ຣິ​ກາ​ຢ່າງ​ທັນ​ເວ​ລາ,ໄດ້​ດຳ​ເນີນ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ທີ່​ມີ​ຂອບ​ເຂດກວ້າງ​ຂວາງ​ທີ່​ສຸດ​ແລະ​ມີຄວາມ​ຫຸ​ຍ້ງ​ຍາກ​ຫຼາຍ​ທີ່​ສຸດ​ນັບ​ແຕ່​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ເປັນ​ຕົ້ນ​ມາ. ຈີນ​ຍິນ​ດີ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ປະ​ເທດ​ອາ​ຟ​ຣິ​ກາ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ໂດຍ​ຕາມ​ການ​ພັດ​ທະ​ນາ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ. ຈີນ​ແລະ​ອາ​ຟ​ຣິ​ກາ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ການ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ຮອບ​ດ້ານ​ໃນ​ສຸດ​ທ້າຍ,ຊຸກ​ຍູ້​ການ​ຍົກ​ຄຸນ​ນະ​ພາບ​ແລະ​ຍົກ​ລະ​ດັບໃຫ້​ສູງ​ຂຶ້ນ​,ຫັນ​ປ່ຽນ​ຮູບ​ແບບ​ແລະ​ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ດ້ານການ​ຮ່ວມ​ມື​​ລະ​ຫວ່າງຈີນ-ອາ​ຟ​ຣິ​ກາ,ບັນ​ລຸ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ.

ຄຳ​ເຫັນ

0