蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຮຸນ​ເຊັນ​ໄດ້​ເນັ້ນ​ເຖິງ​ການ​ເພີ່ມ​ທະ​ວີ​ລັດ​ທິຫຼາຍຝ່າຍ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ-ເອີ​ຣົບ

2021-11-27 16:11:00 CRI

ກອງ​ປະ​ຊຸມ​ສຸດຍອ​ດາ​ຊີ-ເອີ​ຣົບ​ຄັ້ງ​ທີ 13 ທີ່​ກຳ​ປູ​ເຈຍ​ເປັນ​ເຈົ້າ​ພາບ​ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ຫາ 26 ພະ​ຈິກ​ນີ້ ໂດຍ​ຜ່ານ​ທາງວິ​ດີ​ໂອ, ທ່ານ​ຮຸນ​ເຊັນ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ໄດ້​ເນັ້ນ​ເຖິງ​ການ​ເພີ່ມ​ທະ​ວີ​ລັດ​ທິຫຼາຍຝ່າຍ​ໃນ​ກອງ​ປະ​ຊຸມ.

ຜູ້​ນຳ​ແລະ​ຜູ້​ຕາງ​ໜ້າ​ຊັ້ນ​ສູງ​ຈາກ 53 ປະ​ເທດ​ສະ​ມາ​ຊິກກອງ​ປ​ະ​ຊຸມ​ສຸດຍອດ​ອາ​ຊີ-ເອີ​ຣົບ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້​ໂດຍ​ຜ່ານ​ທາງວິ​ດີ​ໂອ. ທ່ານ​ຮຸນ​ເຊັນ​ກ່າວ​ວ່າ, ໃນ​ໂລກ​ທີ່​ຢູ່ຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຕ້ອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ອາ​ຊີ ແລະ ເອີ​ຣົບ​ຕື່ມ​ອີກ ເພື່ອ​ເພີ່ມ​ທະ​ວີ​ລັດ​ທິຫຼາຍ​ຝ່າຍ,  ຊຸກ​ຍູ້ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ແລະ​ຊົມ​ໃຊ້​ຮ່ວມ​ກັນ​ຂອງ​ທົ່ວ​ໂລກ.

ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ-ເອີ​ຣົບ​ແມ່ນກອງ​ປະ​ຊຸມ​ລະ​ດັບ​ສູງ​ສຸດ​ພາຍ​ໃຕ້​ຂອບກອ​ງ​ປະ​ຊຸມ​ອາ​ຊີ-ເອີ​ຣົບ, ຕົ້ນ​ຕໍ​ຮັບ​ຜິດ​ຊອບ​ກຳ​ນົດຫຼັກ​ການ​ຊີ້​ນຳ ແລະ ທິດ​ທາງ​ການ​ພັດ​ທະ​ນາ​ຂອງກອງ​ປະ​ຊຸມ​ອາ​ຊີ-ເອີ​ຣົບ, ປະ​ເທດ​ອາ​ຊີ​ແລະ​ເອີ​ຣົບ​ຜັດ​ປ່ຽນ​ກັນ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ. ຕາມ​ແຜນ​ການ, ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ-ເອີ​ຣົບ​ຈັດ​ຂຶ້ນ​ຢູ່​ກຳ​ປູ​ເຈຍ​ໃນ​ເດືອນ​ພະ​ຈິກ​ປີ 2020, ແຕ່​ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຈິ່ງ​ເລື່ອນ​ເວ​ລາ​ມາ​ຈັດ​ໃນ​ເດືອນ​ພະ​ຈິກ​ປີ​ນີ້.

ຄຳ​ເຫັນ

0