蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຢີ້ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 8 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ວ່າ​ດ້ວຍ​ການ​ຮ່ວມ​ມື​ຈີນ-ອ​າ​ຟ​ຣິ​ກາ ແລະ ຢ້ຽມ​ຢາມ​ເຊ​ເນ​ການ

2021-11-27 16:10:16 CRI

ວັນ​ທີ 26 ພະ​ຈິກ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ນັບ​ແຕ່​ວັນ​ທີ 29 ຫາ 30 ພະຈິກ​ນີ້, ທ່​ນາ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ທ່ານ​ວາງ​ເວີນ​ທາວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 8 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ວ່າ​ດ້ວຍ​ການ​ຮ່ວມ​ມື​ຈີນ-ອ​າ​ຟ​ຣິ​ກາ ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ດາ​ກາ​ປະ​ເທດ​ເຊ​ເນ​ການ. ກ່ອນ​ເຂົ້າ​ຮ່ວມກອງ​ປະ​ຊຸມ, ທ່ານ​ວາງ​ຢີ້ຈະ​ຢ້ຽມ​ຢາມ​ເຊ​ເນ​ການ​ຢ່າງ​ເປັນ​ທາງ​ການ ໂດຍ​ຕອບ​ສະ​ໜອງ​ຄຳ​ເຊື້ອ​ເຊີນ​ຈາກ​ນາງ​ໄອ​ຊາ​ຕາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ຊາວ​ເຊ​ເນ​ການ​ຕ່າງ​ດ້າວ.

ຄຳ​ເຫັນ

0