覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ການ​ຄ້າ​ໂລກ​ຕົກລົງ​ຈະ​ເລື່ອນ​ເວ​ລາ​ຈັດ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 12 ຢ່າງ​ບໍ່​ມີ​ເວ​ລາ​ກຳ​ນົດ

2021-11-28 16:23:32 cri

ວັນ​ທີ 26 ພະ​ຈິກ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ສະ​ພາ​ມົນ​ຕີ​ອົງ​ການ​ການ​ຄ້າ​ໂລກ​ໄດ້​ຈັດ​ກອງ​ປະ​ຊຸມ​ສຸກ​ເສີນ, ໂດຍ​ຕົກ​ລົງ​ວ່າ​ຈະ​ເລື່ອນ​ເວ​ລາ​ຈັດ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 12 ທີ່​ກຳ​ນົດ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 30 ພະ​ຈິກ​ນີ້ ຫາ​ວັນ​ທີ 3 ທັນ​ວາ​ໜ້ານັ້ນ​ຢ່າງ​ບໍ່​ມີ​ເວ​ລາ​​ກຳ​ນົດ, ແລະ​ຈະ​ຈັດ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ໂດຍ​ໄວ​ໃນ​ກໍ​ລະ​ນີ​ທີ່​ມີ​ເງື່ອນ​ໄຂ​ເອື້ອ​ອຳ​ນວຍ.

​ເນື່ອງ​ຈາກເຊື້ອ​ພະ​ຍາດ​ໂຄວິດ-19ກາຍ​ພັນ​ທີ່ພົບ​ເຫັນຫຼ້າ​ສຸດ​ໄດ້​ແຜ່​ລະ​ບາດ​ຢ່າງວ່ອງ​ໄວ, ລັດ​ຖະ​ບານຫຼາຍ​ປະ​ເທດ​ໄດ້​ໃຊ້​ມາດ​ຕະ​ການ​ຈຳ​ກັດ​ການ​ເດີນ​ທາງ, ຈຶ່ງ​ເຮັດ​ໃຫ້​ລັດ​ຖະ​ມົນ​ຕີ ແລະ ຜູ້​ຕາງ​ໜ້າ​ລະ​ດັບ​ສູງຫຼາຍ​ທ່ານ​ບໍ່​ສາ​ມາດ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຢູ່​ເຊີ​ແນວ​ໄດ້.

ຄຳ​ເຫັນ

0