覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ຫວັງ​ວ່າ ການ​ເຈ​ລະ​ຈາ​ນີວ​ເຄ​ລຍ​ອີ​ຣານ​ຈະ​ສາ​ມາດ​ບັນ​ລຸ​ສັນ​ຍາ​ທີ່​ດີ​ແລະ​ສາ​ມາດກວດ​ສອບ​ໄດ້

2021-11-28 14:57:46 cri

ວັນ​ທີ 26 ພະ​ຈິກ​ນີ້, ທ່ານ ອັບ​ດູນ​ລາ ຮີ​ອັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ກ່າວ​ວ່າ: ອີ​ຣານ​ຈະ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ບັນ​ຫານີວ​ເຄ​ລຍ​ອີ​ຣານ​ທີ່​ຈະຈັດ​ຂຶ້ນ​ຄືນ​ໃໝ່​ຢູ່​ນະ​ຄອນຫຼວງວຽນ​ປະ​ເທດ​ໂອ​ຕ​ຣິ​ສໃນ​ໄວໆ​ນີ້ ດ້ວຍ​ຄວາມ​ຈິງ​ໃຈ, ຫວັງ​ວ່າ ຈະ​ສາ​ມາດ​ບັນ​ລຸ​ການ​ເຊັນ​ສັນ​ຍາ​ສະ​ບັບ​ໜຶ່ງ​ທີ່​ດີ​ແລະ​ສາ​ມາດກວດ​ສອບ​ໄດ້.
 

   ຕາມ​ເວັບ​ໄຊ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ໄດ້​ແຈ້ງ​ຂ່າວ​ວ່າ:  ມື້​ດຽວ​ກັນ, ທ່ານ​ອັບ​ດູນ​ລາ ຮີ​ອັນ ໄດ້​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ທ່ານ ໂຈເຊ ໂບ​​ເຣວ ຜູ້​ຕາງ​ໜ້າ​ຊັ້ນ​ສູງ​ດ້ານ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ແລະ​ນ​ະ​ໂຍ​ບາຍ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ ໂດຍ​ໄດ້​ແລກ​ປ່ຽ​ນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ບັນ​ຫາ​ນີວ​ເຄ​ລຍ​ອີ​ຣານ. ທ່ານ​ອັບ​ດູນ​ລາ ຮີ​ອັນ​ກ່າວ​ວ່າ: ຖ້າ​ວ່າ ຝ່າຍ​ອື່ນໆ​ກຽມ​ພ້ອມ​ຈະ​ຟື້ນ​ຟູ​ການ​ປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນີວ​ເຄ​ລຍ​ອີ​ຮານ ທັງ​ຍົກ​ເລີກ​ການ​ລົງ​ໂທດ​ຕໍ່​ອີ​ຮານ, ກໍ​ອາດ​ຈະ​ສາ​ມາດ​ບັນລຸ​ຫຼື​ຈະ​ບັນ​ລຸ​ການ​ເຊັນ​ສັນ​ຍາ​ທີ່​ດີ​ສະ​ບັບ​ໜຶ່ງ​ໄດ້ໃນ​ທັນ​ທີ.
 

 ທ່ານ​ກ່າວ​ວ່າ: ເຖິງວ່າ​ອາ​ເມ​ຣິ​ກາ​ແລະ​ປະ​ເທດ​ເອີ​ຣົບ​ໄດ້​ລະ​ເມີດ​ສັນ​ຍາ​ນີວ​ເຄ​ລຍ​ອີ​ຣານ​ກໍ​ຕາມ, ແຕ່​ອີ​ຣານ​ຍັງຈະ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ບັນ​ຫານີວ​ເຄ​ລຍ​ອີ​ຣານ​ທີ່​ຈະ​ຈັດ​ຂຶ້ນ​ຄືນ​ໃໝ່​ໃນ​ໄວໆ​ນີ້​ດ້ວຍ​ຄວາມ​ຈິງ​ໃຈ, ຫວັງ​ວ່າ​ຈະ​ສາ​ມາດ​ບັນ​ລຸ​ການ​ເຊັນ​ສັນ​ຍາ​ທີ່​ດີ​ແລະ​ສາ​ມາດກວດ​ສອບ​ໄດ້.  ການ​ກັບ​ຄືນ​ສູ່​ສັນ​ຍາ​ນີວ​ເຄ​ລຍ​ອີ​ຣານ​ໝາຍ​ຄວາມ​ວ່າ ຕ້ອງ​ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມ​ຂໍ້​ມາດ​ຕາ​ແລະ​ເນື້ອ​ໃນ​ທຸກ​ຢ່າງ​ໃນ​ສັນ​ຍາ​ສະ​ບັນ​ນີ້, ປະ​ເທດ​ຕາ​ເວັນ​ຕົກ​ຕ້ອງ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຮອບ​ໃໝ່​ດ້ວຍ​ຮູບ​ການ​ໃໝ່​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ.

ຄຳ​ເຫັນ

0