陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຫວ່າງຢີ້ສະເໜີຄວາມຄິດເຫັນ 5 ຂໍ້ກ່ຽວກັບການຊຸກຍູ້ການຮ່ວມມືລະຫວ່າງ ຈີນ-ຣັດເຊຍແລະອິນເດຍຕື່ມອີກ

2021-11-28 14:57:43 cri

ວັນທີ 26 ພະຈິກນີ້,ທ່ານຫວ່າງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງ ການຕ່າງປະເທດຈີນໄດ້ເຂົ້າຮ່ວມການພົບປະລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດຈີນ-ຣັດເຊຍແລະອິນເດຍຄັ້ງທີ 18 ຜ່ານທາງວີດີໂອ.

 

ທ່ານຫວ່າງຢີ້ກ່າວວ່າ,ຈີນ-ຣັດເຊຍແລະອິນເດຍມີຜົນປະໂຫຍດຮ່ວມແລະມີຈຸດຢືນຄ້າຍຄືກັນໃນດ້ານຊຸຫຍູ້ສັນຕິພາບ ສະຖຽນລະພາບແລະການພັດທະນາຂອງ ໂລກ,ໄດ້ແບກຫາບພາລະກຳແລະໜ້າທີ່ຮັບຜິດຊອບສຳຄັນ.ໂດຍຜະເຊີນກັບການປ່ຽນແປງທີ່ບໍ່ເຄີຍມີມາກ່ອນໃນຮອບ 100 ປີ,ການຄັດເລືອກຂອງຈີນ-ຣັດເຊຍ ແລະອິນເດຍທັງ 3 ປະເທດບໍ່ພຽງແຕ່ພົວພັນກັບຜົນປະໂຫຍດຂອງໃຜລາວ ເທົ່ານັ້ນ, ແຕ່ກໍ່ຈະມີຜົນສະທ້ອນຕໍ່ທິດທາງກ້າວໄປໜ້າຂອງມວນມະນຸດອີກດ້ວຍ.

 

ທ່ານວ່າງຢີ້ໄດ້ສະເໜີຄວາມຄິດເຫັນ 5 ຂໍ້ກ່ຽວກັບການຊຸກຍູ້ການຮ່ວມມືລະຫວ່າງ ຈີນ-ຣັດເຊຍແລະອິນເດຍຕື່ມອີກ,ຄື: ໜຶ່ງແມ່ນປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງ; ສອງແມ່ນເຄົາລົບຜົນປະໂຫຍດທີ່ຖືກຕ້ອງແລະເສັ້ນທາງພັດທະນາທີ່ປະເທດຕ່າງໆເລືອກເອົາເອງ; ສາມແມ່ນເພີ່ມທະວີການຮ່ວມມືໃນການຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນທົ່ວໂລກ; ສີ່ແມ່ນຊຸກຍູ້ການຟື້ນຟູເສດຖະກິດຫຼັງ ພະຍາດໂຄວິດ-19; ຫ້າແມ່ນຜ່ານການສົນທະນາແລະປຶກສາຫາລືເພື່ອຮັບມືກັບ ບັນຫາຈຸດສຸມ.

 

ທ່ານເຊີເກ ລາຟຣົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍແລະທ່ານ ໄຈຊານກາ ລັດຖະມົນຕີກະຊວງການຕ່າງປະເທດອິນເດຍກ່າວວ່າ,ພາຍໃຕ້ສະ ພາບການໃນປັດຈຸບັນ, 3 ປະເທດຄວນເພີີ່ມທະວີການປະສານງານກັນ,ສົ່ງສຽງ ທີ່ເປັນເອກະພາບກັນ,ປົດປ່ອຍກຳລັງບົ່ມຊ້ອນໃນການຮ່ວມມືກັນລະຫວ່າງ 3 ປະເທດ,ຮ່ວມກັນຮັບມືກັບສິ່ງທ້າທາຍໃນທົ່ວໂລກເຊັ່ນການແຜ່ລະບາດຂອງພະ ຍາດໂຄວິດ-19,ການປ່ຽນແປງຂອງດິນຟ້າອາກາດ,ລັດທິກໍ່ການຮ້າຍເປັນຕົ້ນ.

ຄຳ​ເຫັນ

0