覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​​ຜູ້​ນຳ​ປະ​ເທດ​ອາ​ຊີ-ເອີ​ຣົບ​ຄັ້ງ​ທີ 13 ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ເລັ່ງ​ລັດ​ຟື້ນ​ຟູ​ເສດ​ຖະ​ກິດ

2021-11-28 14:47:05 cri

ກອງ​ປະ​ຊຸມ​​ຜູ້​ນຳ​ປະ​ເທດ​ອາ​ຊີ-ເອີ​ຣົບ​ຄັ້ງ​ທີ 13 ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ເລັ່ງ​ລັດ​ຟື້ນ​ຟູ​ເສດ​ຖະ​ກິດ_fororder_欧亚首脑会
 

 ກອງ​ປະ​ຊຸມ​ຜູ້​ນຳ​ປະ​ເທດ​ອາ​ຊີ-ເອີ​ຣົບ​ຄັ້ງ​ທີ 13 ທີ່​ກຳ​ປູ​ເຈຍ​ເປັນ​ປະ​ເທດ​ເຈົ້າ​ພາບ​ໄດ້​ອັດ​ລົງ​ແລ້ວ​ໃນ​ວັນ​ທີ 26 ພະ​ຈິກ​ນີ້ ທັງ​ໄດ້​ອອກ​ຖະ​ແຫຼງ​ການປະ​ທານ ໂດຍ​ຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ລັດ​ທິ​ຫຼາຍ​ຝ່າຍ ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃນ​ສາ​ກົນ​ແລະ​ພາກ​ພື້ນ, ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ​ແລະ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ​ແລະ​ກວມ​ລວມ.
 

 ຖະ​ແຫຼງ​ການ​ລະ​ບຸ​ວ່າ: ກອງ​ປະ​ຊຸມ​ມີ​ຫົວ​ຂໍ້ວ່າ “​ເພີ່ມ​ທະ​ວີ​ລັດ​ທິຫຼາຍ​ຝ່າຍ ຊຸກ​ຍູ້​ການ​ເຕີບ​ໂຕ​ຮ່ວມ​ກັນ”. ຜູ້​ນຳ​ທີ່​ຮ່ວມ​ປະ​ຊຸມ​ໄດ້​ເນັ້ນ​ໜັກ​ຄືນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ອາ​ຊີ-ເອີ​ຣົບ, ເນັ້ນ​ໜັກ​ວ່າ ຕ້ອງ​ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ​ກັນ​ແລະ​ການ​ຮ່ວມ​ມື​ທີ່​ເນັ້ນ​ການ​ດຳ​ເນີນ​ງານ ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າຍ​ໃນ​ສາ​ກົນ​ແລະ​ພາກ​ພື້ນ ໂດຍ​ສະ​ເພາະ​ແມ່ນ​ຮັບ​ມື​​ກັບສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​​ພະ​ຍາດໂຄວິດ-19. ຜູ້​ນຳ​ທີ່​ຮ່ວມ​ປະ​ຊຸມ​ຍັງ​ເນັ້ນ​ໜັກ​ຕື່ມ​ວ່າ ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃນ​ສາ​ກົນ​ແລະ​ພາກ​​ພື້ນ, ມີ​ຄວາມ​ເລັ່ງ​ດ່ວນ​ໃຫ້​ບັນ​ດາ​ປະ​ເທດ​ປົກ​ປັກ​ຮັກ​ສາ​ລະ​ບົບ​ສາ​ກົນ​ທີ່​ຖື​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ແກນ​ກາງ, ລະ​ບຽບ​ສາ​ກົນ​ທີ່​ຖື​ກົດ​ໝາຍ​ສາ​ກົນ​ເປັນ​ພື້ນ​ຖານ, ຕ້ອງ​ຮ່ວມ​ມື​ກັນ​ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ກວມ​ລວມ​ແລະ​ຍືນ​ຍົງ, ຊຸກ​ຍູ້​ການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ, ເລັ່ງ​ລັດ​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບ​ບ​ຍືນ​ຍົງ.
 

 ຖະ​ແຫຼງ​ການ​ຍັງ​ລະ​ບຸ​ຕື່ມ​ວ່າ: ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ແບບ​ຍືນ​ຍົງ​ເປັນ​ພື້ນ​ຖານ​ອັນ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາ​ກ​ພື້ນ​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ, ທັງ​ເປັນ​ຂອບ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​​​ແບບ​ປະ​ສານ​ສົ​ມ​ທົບ​ກັນ​ຂອງ​ໂລກ. ພ້ອມ​ດຽວ​ກັນ​ນັ້ນ, ຕ້ອງ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ເພີ່ມ​ທະ​ວີ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ທີ່​ເປີດ​ປະ​ຕູ, ຍຸ​ຕິ​ທຳ,ໂປ່ງ​ໃສ, ກວມ​ລວມ, ບໍ່​ມີ​ການ​ຈຳ​ແນກ​ແລະ​ບົນ​ພື້ນ​ຖານ​ລະ​ບຽບ​ການ, ຊຸກ​ຍູ້​ຂະ​ແໜງ​ການ​ທ່ອງ​ທ່ຽວ​ແລະ​ເສດ​ຖະ​ກິດ​ນະ​ວັດ​ຕະ​ກຳ​ໃຫ້​ພັດ​ທະ​ນາ​ແບບ​ຍືນ​ຍົງ​ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳແລະ​ການ​ຮ່​ວ​ມ​ມື​ດ້ານ​ເສດ​ຖະ​ກິດ.

ຄຳ​ເຫັນ

0