何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື​ຮ່ວມ​ມື​ດ້ານ​ສື່ມວນ​ຊົນ​ “​ຄູ່​ຮ່ວມອາ​ຟ​ຣິ​ກາ”

2021-11-28 17:29:13 CRI

ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື​ຮ່ວມ​ມື​ດ້ານ​ສື່ມວນ​ຊົນ​ “​ຄູ່​ຮ່ວມອາ​ຟ​ຣິ​ກາ”_fororder_微信图片_20211128161043

 

ວັນ​ທີ 26 ພະ​ຈິກ​ນີ້, ເວ​ທີ​ປຶ​ກ​ສາ​ຫາ​ລື​ຮ່ວມ​ມື​ດ້ານ​ສື່ມວນ​ຊົນ​ “ຄູ່​​ຮ່ວມອາ​ຟ​ຣິ​ກາ”​ປະ​ຈຳ​ປີ 2021 ທີ່​ຈັດ​ໂດຍ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກ​າງ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ເນ​ໂຣ​ບີ​ປະ​ເທດ​ເຄນ​ຢາ. ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ​ມີ​ຫົວ​ຂໍ້​​ວ່າ “ເຄົາ​ລົບ​ກັນ ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົ​ນ​ປະ​ໂຫຍດ, ສື່ມວນ​ຊົນ​ຈີນ ແລະ​ອາ​ຟ​ຣິ​ກາ​ຮ່ວມ​ມື​ກັນ​ກ້າວ​ໄປ​ໜ້າ”, ແຂກ​ຖືກ​ເຊີນເກືອບ 100 ທ່ານ​ທີ່​ມາ​ຈາກ​ຈີນ ແລະ 43 ປະ​ເທດ​ອາ​ຟ​ຣິ​ກາ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໂດຍ​ຜ່ານ​ທາງວີ​ດີ​ໂອ ເພື່ອ​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ຊ່ອງ​ທາງ​ການ​ຮ່ວມ​ມື.

 

ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື​ຮ່ວມ​ມື​ດ້ານ​ສື່ມວນ​ຊົນ​ “​ຄູ່​ຮ່ວມອາ​ຟ​ຣິ​ກາ”_fororder_微信图片_20211128161039

 

ທ່ານ​ເຊີ້ນ​ໄຫ​ສົງ, ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ກ່າວ​ຄຳ​ເຫັນ​ຜ່ານ​ທາງວີ​ດີ​ໂອ​ວ່າ, ນັບ​ແຕ່ “ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ” ໃນ​ສະ​ໄໝ​ບູ​ຮານ, ມາ​ຮອດ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃນ​ປະ​ຈຸ​ບັນ, ຈີນ ແລະ ອາ​ຟ​ຣິ​ກາ​ໄດ້ຄຽງ​ບ່າ​ຄຽງ​ໄຫຼ່​ກ້າວ​ເດີນ​ໄປໜ້າຕາມ​ທິດ​ດຽວ​ກັນ​. ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນໄດ້​ໃຊ້​ສາຍ​ຕາ​ທີ່​ພາ​ວະ​ວິ​ໄສ ແລະ ດຸນ​ດ່ຽງ​ກັນ, ຄວາມ​ຈິງ​ໃຈ​ທີ່​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ແລະ​ເວ​ທີ​ຫຼາຍ​ເຄົ້າ​ໃນ​ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ອາ​ຟ​ຣິ​ກາ, ຍຶດ​ໝັ້ນ​ເປັນ​ຜູ້​ຮັກ​ສາ​ການ​ພັດ​ທະ​ນາ​ຂອງ​ຈີນ-ອາ​ຟ​ຣິ​ກາ, ຜູ້​ສ້າງ​ສາ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຟ​ຣິ​ກາ ແລະ ຜູ້​ບັນ​ທຶກ​ມິດ​ຕະ​ພາບ​ຈີນ-ອາ​ຟ​ຣິ​ກາ. ໃນ​ອະ​ນາ​ຄົດ, ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນຈະ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື ແລະ ການ​ແລກ​ປ່ຽນ​ກັບ​ສື່ມວນ​ຊົນ​ອາ​ຟ​ຣິ​ກາ, ຮ່ວມ​ມື​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ, ຮ່ວມ​ກັນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຟ​ຣິ​ກາ​ໃຫ້​ແໜ້ນ​ແຟ້ນກວ່າ​ເກົ່າ.

 

ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື​ຮ່ວມ​ມື​ດ້ານ​ສື່ມວນ​ຊົນ​ “​ຄູ່​ຮ່ວມອາ​ຟ​ຣິ​ກາ”_fororder_微信图片_20211128161051

ຄຳ​ເຫັນ

0