覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ທູດ​ຈີນ​ແລະ​ຣັດ​ເຊຍ​ປະ​ຈຳ​ອາ​ເມ​ຣິ​ກາ​ຮ່ວມ​ກັນ​ຂຽນ​ບົດ​ຄວາມ​ເພື່ອ​ເດັດ​ດ່ຽວ​ຄັດ​ຄ້ານ​ອັນ​ທີ່​ເອີ້ນ​ວ່າ “ກອງ​ປະ​ຊຸມ​ສຸດຍອດ​ປະ​ຊາ​ທິ​ປະ​ໄຕ” ຂອງ​ອາ​ເມ​ຣິ​ກາ

2021-11-28 14:31:13 cri

ວັນ​ທີ 27 ພະ​ຈິກ​ນີ້,  ທ່ານ​ສິນ​ກ່າງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ເມ​ຣິ​ກາ ແລະ​ທ່ານ ອາ​ນາ​ໂຕ​ລີ ອັນ​ໂຕ​ນົ​ຟ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຣັດ​ເຊຍ​ປະ​ຈຳ​ອາ​ເມ​ຣິ​ກາ​ໄດ້​ຮ່ວມ​ກັນ​ຂຽນ​ບົດ​ຄວາມ​ໂດຍ​ລະ​ບຸ​ວ່າ:  ​ອັນ​ທີ່​ເອີ້ນ​ວ່າ ກອງ​ປະ​ຊຸມ​ສຸດຍອດ​ປະ​ຊາ​ທິ​ປະ​ໄຕ ທີ່​ອາ​ເມ​ຣິກ​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້ ແມ່ນ​ເຕັມ​ໄປ​ດ້ວຍ​ແນວ​ຄິດ​ສົງ​ຄາມ​ເຢັນ,  ຈີນ​ແລະ​ຣັດ​ເຊຍ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ.  ບົດ​ຮຽນ​ໄດ້​ຮຽກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ຍຸ​ແຍ່​ການ​ຫ່າງ​ເຫີນ​ກັນ​ແລະ​ການ​ເປັນ​ປໍ​​ລະ​ປັກ​ກັນ​ໂດຍ​ຖື​ເອົາ​ “ການ​ທູດຄ່າ​ນິ​ຍົມ” ເປັນ​ຂໍ້​ອ້າງ, ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ​ການ​ພົວ​ພັນ​ສາ​ກົນ​ຕາມ​ຫຼັກ​ການ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຊຸກ​ຍູ້​ໃຫ້​ປະ​ເທດ​ຕ່າງໆ​ທີ່​ມີຄວາມ​ແຕກ​ຕ່າງ​ກັນ​ໃນ​ດ້ານ​ລະ​ບອບ​ສັງ​ຄົມ, ຮູບ​ຖານ​ຈິດ​ສຳ​ນຶກ, ປະ​ຫວັດ​ສາດ-ວັດ​ທະ​ນະ​ທຳ, ແລະ​ມີ​ລະ​ດັບ​ການ​ພັດ​ທະ​ນາ​ຕ່າງ​ກັນ​ນັ້ນ​ສາ​ມາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ.
 

   ແຕ່​ວັນ​ທີ 9-10 ທັນ​ວາ​ປີ2021ນີ້, ອາ​ເມ​ຣິ​ກາ​ຈະ​ເປັນ​ເຈົ້າ​ພາບ​ຈັດ​ “ກອງ​ປະ​ຊຸມ​ສຸດຍອດ​ປະ​ຊາ​ທິ​ປະ​ໄຕ” ທາງ​ອ໋ອນ​ລາຍ, ເຊິ່ງ​ອາ​ເມ​ຣິ​ກາ​ເອງ​ເປັນ​ຜູ້​ຕັດ​ສິນ​ວ່າ ຜູ້​ໃດ​ມີ​ສິດ​ເຂົ້າ​ຮ່ວມ,ຜູ້​ໃດ​ບໍ່​ມີ​ສິດ​ເຂົ້າ​ຮ່ວມ, ປະ​ເທດ​ໃດ​ເປັນ​ “ປະ​ເທດ​ປະ​ຊາ​ທິ​ປະ​ໄຕ”, ປະ​ເທດ​ໃດ​ບໍ່​ແມ່ນ, ນີ້​ແມ່ນແນວ​ຄິດ​ສົງ​ຄາມ​ເຢັ​ນ​ອ້ອຍ​ຕ້ອຍ​ ເຊິ່ງ​ຈະ​ປຸກ​ປັ່ນ​ໃຫ້​ເກີດ​ມີ​ການ​ເປັນ​ປໍ​ລະ​ປັກ​ກັນ​ແລະ​ເກີດ​ຄວາມ​ຂັດ​ແຍ້ງ​ກັນ​ໃນ​ດ້ານ​ຮູບ​ຖານ​ຈິດ​ສຳ​ນຶກ, ສ້າງ​ຄວາມ​ແຕກ​ແຍກ​ກັນ​ຄັ້ງ​ໃໝ່​ໃນ​ໂລກ. ທ່າ​ອ່ຽງ​ແບບ​ນີ້​ຂັດ​ກັນ​ກັບ​ການ​ພັດ​ທະ​ນາ​ຂອງ​ໂລກ​ໃນ​ຍຸກ​ປັດ​ຈຸ​ບັນ, ມັນ​ບໍ່​ອາດ​ສາ​ມາດ​ສະ​ກັດ​ກັ້ນ​ການ​ກຳ​ເນີດ​ຂອງ​ໂຄງ​ຮ່າງ​ໂລກ​​ທີ່ຫັນ​ເປັນຫຼາຍ​ເຄົ້າໄດ້, ແຕ່​ອາດ​ຈະ​ລົບ​ກວນ​ຂະ​ບວນ​ການ​ພາ​ວະ​ວິ​ໄສ​ນີ້. ຈີນ​ແລະ​ຣັ​ດ​ເຊຍ​ເດັດ​ດ່ຽວ​ຄັດ​ຄ້ານ​ຕໍ່​ເລື່ອງ​ນີ້.
 

 ບົດ​ຄວາມ​ຍັງ​ເນັ້ນ​ໜັກ​ວ່າ: ໃນເວ​ລາ​ທີ່​ປະ​ຊາ​ຄົມ​ໂລກ​ພວມ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ໃນ​ໂລກ, ບັນ​ດາ​ປະ​ເທດ​ຕ້ອງ​ການ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ແລະ​ການ​ຮ່ວມ​ມື​ກັນ​ຢ່າງ​ຮີບ​ດ່ວນ, ເພື່ອ​ຮ່ວມ​ກັນ​ຊຸກ​ຍູ້​ພາ​ລະ​ກິດ​ຄວາມ​ກ້າວ​ໜ້າ​ຂອງ​ມະ​ນຸດ. ໂດຍ​ສະ​ເພາະ​ໃນ​ທຸກ​ມື້​ນີ້, ປະ​ຊາ​ຄົມ​ໂລກ​ຕ້ອງ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັບສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ຕໍ່​ຕ້ານ​ໄພ​ຂົ່ມ​ຂູ່ຂ້າມ​ຊາດ.

ຄຳ​ເຫັນ

0