覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາງ​ລົດ​ໄຟ​ຈີນ-ລາວ​ຕອນ​ຢູ່ປະ​ເທດ​ຈີນ​ຈະ​ແລ່ນ​ລົດ​ຕາມ​ຕາ​ຕະ​ລາງ​ທຸກ​ສາຍໃຫ້​ສຳ​ເລັດ​ໃນ​ວັນ​ທີ 29 ພະ​ຈິກ​ນີ້

2021-11-29 11:10:35 cri

ທາງ​ລົດ​ໄຟ​ຈີນ-ລາວ​ຕອນ​ຢູ່ປະ​ເທດ​ຈີນ​ຈະ​ແລ່ນ​ລົດ​ຕາມ​ຕາ​ຕະ​ລາງ​ທຸກ​ສາຍໃຫ້​ສຳ​ເລັດ​ໃນ​ວັນ​ທີ 29 ພະ​ຈິກ​ນີ້_fororder_中老铁路满图
 

   ວັນ​ທີ 29 ພະ​ຈິກ​ນີ້, ທາງ​ລົດ​ໄຟ​ຈີນ-ລາວ​ຕອນ​ຢູ່​​ປະ​ເທດຈີນ​​ຈະ​ດຳ​ເນີນ​ການ​ແລ່ນ​ລົດ​ຕາມຕາ​ຕະ​ລາງ​ທຸກ​ສາຍ​ໃຫ້​ສຳ​ເລັດ, ​ຕາມ​ແຜນ​ການ, ກຸ່ມບໍ​ລິ​ສັດ​ທາງ​ລົດ​ໄຟ​​ຄຸນ​ມິງ​ຈີນ​ຈຳ​ກັດຈະ​ເປີດ​ໃຫ້​ລົດ​ໄຟEMU 15 ຂະ​ບວນ​ແລ່ນຢູ່​ທາງ​ລົດ​ໄຟໃນ​ເສັ້ນ​ທາງ​ຕ່າງໆ.
 

   ການ​ແລ່ນ​ລົດ​ຕາມ​ເສັ້ນ​ທາງ​ທຸກ​ສາຍ​​ຕ​າມ​ຕາ​ຕະ​ລາງເປັນ​ຂອດ​ສຸດ​ທ້າຍ​ໃນ​ການກວດ​ກາ​ເງື່ອນ​ໄຂ​​ຕ່າງໆ​ກ່ອນເປີດ​ນຳ​ໃຊ້​ທາງ​ລົດ​ໄຟ, ໂດຍ​ໄດ້​ຈັດ​ໃຫ້​ຂະ​ບວນ​ລົດ​ໄຟ​ປະ​ເພດ​ຕ່າງໆ​ທີ່​ຈະ​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການຫຼັງ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ນັ້ນແລ່ນ​ລົດ​ຕາມ​ຕາ​ຕະ​ລາງ​ລົດ​ໄຟ​ບໍ່​ວ່າ​ຈະ​ເປັນ​ໃນ​ດ້ານເວ​ລາ​ເຂົ້າ​ອອກ​, ​ສະ​ຖາ​ນີ ແລະ​ເສັ້ນ​ທາງ​ແລ່ນ​ລົດ.

ຄຳ​ເຫັນ

0