陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການພົບເຫັນເຊື້ອພະຍາດໂຄວິດ-19ສາຍພັນໂອມິຄຼອນໄດ້ສະແດງໃຫ້ເຫັນເຖິງ ຄວາມບໍ່ສະເໝີພາບຢ່າງພົ້ນເດັ່ນໃນການແບ່ງປັນວັກຊິນ

2021-11-29 11:14:24 cri

ການພົບເຫັນເຊື້ອພະຍາດໂຄວິດ-19ສາຍພັນໃໝ່ “ໂອມິຄຼອນ”ໄດ້ເຮັດໃຫ້ການ ປ້ອງກັນພະຍາດໃນທົ່ວໂລກຜະເຊີນກັບສິ່ງທ້າທາຍອີກຄັ້ງໃໝ່.ນັກວິຊາການດ້ານສາທາລະນະສຸກເຫັນວ່າ,ປະເທດຮັ່ງມີກັກຕຸນວັກຊິນພະຍາດໂຄວິດ-19ຫຼາຍເກີນໄປຈິ່ງພາໃຫ້ການແບ່ງປັນວັກຊິນບໍ່ມີຄວາມສະເໝີພາບ,ນີ້ແມ່ນປັດໄຈສຳຄັນທີ່ພາໃຫ້ ເກີດເຊື້ອພະຍາດດັ່ງກ່າວ.

 

ຂໍ້ມູນຈາກອົງການອະນາໄມໂລກສະແດງໃຫ້ເຫັນວ່າ:ຢູ່ປະເທດທີ່ມີລາຍໄດ້ຕ່ຳ, ປະຊາກອນທີ່ຕ້ອງໄດ້ສັກວັກຊິນພະຍາດໂຄວິດ-19 ຢ່າງໜ້ອຍໜຶ່ງຫຼອດນັ້ນ ພັດ ກວມອັດຕາສ່ວນພຽງແຕ່7,5%ເທົ່ານັ້ນ,ຢູ່ 8 ປະເທດອາຟຣິກາທີ່ໄດ້ຮັບຜົນກະທົບ ຈາກມາດຕະການຈຳກັດການເດີນທາງຍ້ອນເຊື້ອພະຍາດໂຄວິດສາຍພັນໂອມິຄຼອນນັ້ນ,ໂດຍທົ່ວໄປແລ້ວ ອັດຕາສັກວັກຊິນແມ່ນອ່າວຕ່ຳ.

 

ອີງຕາມແຜນດຳເນີນງານຂອງອົງການອະນາໄມໂລກ,ກ່ອນທ້າຍປີນີ້ຄວນໃຫ້ແຕ່ລະປະເທດຕ້ອງສັກວັກຊິນຢ່າງໜ້ອຍກວມປະຊາກອນ 40%;ກ່ອນກາງປີ 2022, ອັດຕາສັກວັກຊິນຄວນບັນລຸ70%.ເມື່ອສັງເກດຈາກສະພາບໃນປັດຈຸບັນແລ້ວເຫັນວ່າ:ເປົ້າໝາຍດັ່ງກ່າວອາດຈະປາກົດຜົນເປັນຈິງໄດ້ຍາກ.ເມື່ອທຽບກັບຍອດຈຳ ນວນວັກຊິນທີ່ໄດ້ສັກແລ້ວໃນທົ່ວໂລກຈິ່ງເຫັນວ່າ,ວັກຊິນທີ່ປະເທດຕ່າງໆໄດ້ຮັບ ຈາກແຜນດຳເນີນງານໂຄແວັກນັ້ນຍັງມີຈຳນວນໜ້ອຍ.

ຄຳ​ເຫັນ

0