吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອະ​ນາ​ຄົດ​ຂອງ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ວ່າ​ດ້ວຍ​ນິວ​ເຄຼຍ​ອີ​ຣານບໍ່​​ມີ​ຄວາມປອດ​ໃສ

2021-11-29 16:36:56 cri

图片默认标题_fororder_微信图片_20211129162547

    ວັນ​ທີ 29  ພະ​ຈິກ​ນີ້, ພາຍ​ຫລັງ​ໂຈະການ​ເຈ​ລະ​ຈາ​ເປັນ​ເວ​ລາ 5 ເດືອນ​ແລ້ວ,  ກອງ​ປະ​ຊຸມ​​ເຈ​ລະ​ຈ​າ​ຂອງ​ບັນ​ດາຝ່າຍ​ທີ່​ກ່ຽວ​ຂ້ອງ​ກັບສັນ​ຍາ​ຮອບ​ດ້ານກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ໄດ້​ຈັດ​ຂຶ້ນ​ຄືນ​ໃໝ່​ຢູ່​ນະ​ຄອນ​ຫລວງວຽນ​ປະ​ເທດ​ໂອ​ຕຼີ​ສ. ນັກ​ການ​​ທູດ​ເອີ​ຣົບ​ໄດ້​ເຜີຍ​ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ດັ່ງ​ກ່າວ​ຈະ​ໄຂ​ຂຶ້ນ​ໃນ​​ເວ​ລາ 20 ໂມງ​ຂອງວັນ​ທີ 29 ພະ​ຈິກ​ນີ້​ຕາມ​ເວ​ລາ​ວຽງ​ຈັນ, ຜູ້​ຕາງ​ໜ້າ​ທີ່​ມາ​ຈາກ​ປະ​ເທດອີ​ຣານ, ຈີນ, ຣັດ​ເຊຍ, ເຢຍ​ລະ​ມັນ, ຝ​ຣັ່ງ ແລະ​ອັງ​ກິດໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ, ຜູ້​ຕາງ​ໜ້າ​ຈາກ​ອາ​ເມ​ຣິ​ກາ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໂດຍ​ທາງ​ອ້ອມ. ເຖິງວ່າ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້ກໍ​ຕາມ, ​ມີ​ນັກ​ວິ​ເຄາະ​ເຫັນ​ວ່າ: ເນື່ອງ​ຈາກວ່າ​ອາ​ເມຣິ​ກາ ແລະ​ອີ​ຣານ​ຍັງ​ມີ​​ຂໍ້ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ບັນ​ຫາ​ສຳ​ຄັນ ແລ​ະ​ທັງ​ສອງ​ຝ່າຍ​ກໍ​ຈະ​ຕໍ່​ລອງ​ກັນ​ຍາກ, ສະ​ນັ້ນ, ​ອະ​ນາ​ຄົດ​ຂອງ​ການ​ເຈ​ລະ​ຈາ​ຄັ້ງ​ນີ້​ຈຶ່ງບໍ່​​ມີ​ຄວາມປອດ​ໃສ.

    ສື່ມວນ​ຊົນ​ອາ​ເມ​ຣິ​ກາ​​ໄດ້ລາຍງ​ານ​ຂ່າວໃນ​ວັນ​ທີ 28 ພະ​ຈິກ​ນີ້​ວ່າ: ປັດ​ຈຸ​ບັນ, ອາ​ເມ​ຣິ​ກາ​ຍັງ​ຖື​ເອົາ​ການ​ເຈ​ລະ​ຈາ​ເປັນ​ວິ​ທີ​ທີ່​ດີ​ທີ່​ສຸດ​ໃນ​ການ​ແກ້​ໄຂ​ບັ​ນ​ຫາ​ນິວ​ເຄຼຍ​ອີ​ຣານ, ແຕ່​ຖ້າ​​ຫາກວ່າ​ການ​ເຈ​ລະ​ຈາ​ປະ​ສົບ​ກັບ​ຄວາມ​ລົ້ມ​ເຫລວ, ອາ​ເມ​ຣິ​ກາ​ກໍ​ຈະ​ພິ​ຈາ​ລະ​ນາ​ທາງ​ເລືອກ​​ໃໝ່, ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ອີ​ຣານ​ມີ​ອາ​ວຸດ​ນິວ​ເຄຼຍ. ອີ​ຣານ​ໄດ້​ກ່າວ​ເນັ້ນ​ໜັກ​ມາ​ຫລາຍ​ຄັ້ງ​ແລ້ວ​ວ່າ: ຖ້າ​ວ່າ​ການ​ເຈ​ລະ​ຈາ​ບໍ່​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​​ຕ້ອງ​ການ​ຂອງ​ອີ​ຣານ​ໄດ້, ນັ້ນ​ກໍ​ຄື: ອາ​ເມ​ຣິ​ກາ​ຄວນ​ປ​ະ​ຕິ​ບັດ​ຕາມ​ສັນ​ຍາ​ຄືນ​ໃໝ່​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ໃດໆ ແລະ​ຍົກ​ເລີກ​ການ​ຂວ້ຳ​ບາດ​ທັງ​ໝົດ​​ທີ່​ມີຕໍ່​ອີ​ຣານ, ​ຖ້າ​ບໍ່​ດັ່ງ​ນັ້ນ, ອີ​ຣານ​ກໍ​ຈະ​ຕອບ​ໂຕ້​ຄືນ.

ຄຳ​ເຫັນ

0