何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຄາດ​ວ່າຂະ​ແໜງ​ການ​ທ່ອງ​ທ່ຽວ​ທົ່ວ​ໂລກ​ປີ 2021ຈະ​ໄດ້​ຮັບ​ຄວາມ​ເສຍ​ຫາຍ 2000 ຕື້​ໂດ​ລາ​ສະ​ຫະ​ລັດ​ຈາກ​ຜົນ​ກະ​ທົບ​ຂອງ​ພະ​ຍາດ​ໂຄວິດ-19

2021-11-29 16:47:45 CRI

     ວັນ​ທີ 29 ພະ​ຈິກ​ນີ້, ອົງ​ການ​ທ່ອງ​ທ່ຽວ​ໂລກ ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃຫ້​ຮູ້​ວ່າ, ຄາດ​ວ່າ ປີ 2021 ຂະ​ແໜງ​ການ​ທ່ອງ​ທ່ຽວ​ທົ່ວ​ໂລກຈະ​ໄດ້​ຮັບ​ຄວາມ​ເສຍ​ຫາຍ 2000 ຕື້​ໂດ​ລາ​ສະ​ຫະ​ລັດ​ຈາກ​ຜົນ​ກະ​ທົບ​ຂອງ​ພະ​ຍາດ​ໂຄວິດ-19. ເຖິງວ່າ​ຢູ່​ບາງ​ເຂດ​ແຄວ້ນ ການ​ທ່ອງ​ທ່ຽວ​ໄດ້​ຟື້ນ​ຟູ​ຄືນ​ໃໝ່​ໃນ​ລະ​ດັບ​ໃດ​ໜຶ່ງ​​ແລ້ວກໍ​ຕາມ,ແຕ່ ການ​ຟື້ນ​ຄືນ​ໂດຍ​ລວມ​ຍັງ​ມີ​ຄວາ​ມ​ອ່ອນ​ແອ ແລະ ຊັກ​ຊ້າ.

ອີງ​ຕາມ​ການ​ຄາດ​ຄະ​ເນ​ດັ່ງ​ກ່າວ,  ປີ 2021, ຍອດ​ປະ​ລິ​ມານນັກ​ທ່ອງ​ທ່ຽວ​ສາ​ກົນ​ໃນ​ທົ່ວ​ໂລກ​ໄດ້ຫຼຸດ​ລົງ 70% ຫາ 75 % ເມື່ອ​ທຽບ​ໃສ່​ປີ 2019, ມີ​ສະ​ພາບ​ເທົ່າ​ກັບ​ປີ 2020. ກ່ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຍອດ​ປະ​ລິ​ມານ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ໃນ​ທົ່ວ​ໂລກ​ມີ 1,5 ຕື້​ເທື່ອ​ຄົນ.

ອີງ​ຕາມ​ສະ​ຖິ​ຕິ​ຂອງ​ອົງ​ການ​ທ່ອງ​ທ່ຽວ​ໂລກ, ປີ 2020, ຂະ​ແໜງ​ການ​ທ່ອງ​ທ່ຽວ​ທົ່ວ​ໂລກໄດ້ຮັບ​ຄວາມ​ເສຍ​ຫາຍ 2000 ຕື້​ໂດ​ລາ​ສະ​ຫະ​ລັດ​ຈາກ​ຜົນ​ກະ​ທົບ​ຂອງ​ພະ​ຍາດ​ໂຄວິດ-19, ກາຍ​ເປັນ​ຂະ​ແໜງ​ການ​ໜຶ່ງ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ, ອົງ​ການ​ທ່ອງ​ທ່ຽວ​ໂລກ​ໄດ້​​ຄາດ​ຄະ​ເນ​ດ້ານ​ລົບ​ຕໍ່​ອະ​ນາ​ຄົດ​ໄລ​ຍະ​ກາງ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ໂລກ, ໂດຍ​ລະ​ບຸ​ວ່າ: ເຖິງວ່າ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ຂະ​ແໜງ​ການ​ທ່ອງ​ທ່ຽວ​ມີ​​ທ່າ​ອ່ຽງ​ດີ​ຂຶ້ນ​ກໍ​ຕາມ, ແຕ່​ອັດ​ຕາ​ການ​ສັກ​ວັກ​ຊີນ​ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ​ບໍ່​ດຸນ​ດ່ຽງ​ກັນ, ​ເມື່ອເກີດ​ມີ​ເຊື້ອ​ພະ​ຍາດ​ກາຍ​ພັນ​ໃໝ່ ແລະ ສາ​ເຫດ​ອື່ນ​ໆ, ອາດ​ຈ​ະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ຂະ​ບວນ​ການ​ຟື້ນ​ຄືນ​ທີ່​ຊັກ​ຊ້າ ແລະ​ອ່ອນ​ແອ​ຢູ່​ແລ້ວ.

ຄຳ​ເຫັນ

0