吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງ​ກະ​ໂປ​​ເລື່ອນ​​ເວ​ລາ​ປະ​ຕິ​ບັດແຜນ​ແລວ​ທ່ອງ​ທ່ຽວ​ສຳ​ລັບ​ຜູ້​ທີ່​ໄດ້​ສັກ​ວັກ​ຊີນ​ ໂຄວິດ-19ກັບ 3 ປະ​ເທດ​ຕາ​ເວັນ​ອອກ​ກາງ

2021-11-29 11:11:08 cri

图片默认标题_fororder_微信图片_20211129110846

    ຕອນ​ຄ່ຳ​ຂອງວັນ​ທີ 28 ພະ​ຈິກ​ນີ້, ໜ່ວຍ​ງານ​ຮ່ວມ​ຫລາຍ​ພາ​ກ​ສ່ວ​ນ​ເພື່ອຕ້ານ​ພະ​ຍາດ​ໂຄວິດ-19​ຂອງສິງ​ກະ​ໂປ​ໄດ້​ອອກ​ແຈ້ງ​ການ​ໂດຍ​ລະ​ບຸ​ວ່າ: ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຊື້ອ​​ພະ​ຍາດໂຄວິດ-19​ສາຍ​ພັນ “​ໂອ​ມີ​ຄຼອນ” ແຜ່​ລະ​ບາດ​ເຂົ້າ​ສູ່​ສິ​ງ​ກະ​ໂປ, ສິງ​ກະ​ໂປ​ຈະ​​ເລື່ອນເວ​ລາ​ປະ​ຕິ​ບັດແຜນ​​ແລວ​ທ່ອງ​ທ່ຽວ​ສຳ​ລັບຜູ້​ທີ່​ໄດ້​ສັກ​ວັກ​ຊີນ​ ໂຄວິດ-19 ​ຈາກປະ​ເທດ​ກາ​ຕາ, ​ຊາ​ອູ​ດິດອາ​ຣັບ​ບີ ແລະ​ປະ​ເທດ​ສະ​ຫະ​ລັດ​ອາ​ຣັບ​ເອ​ມີ​ເຣດ ເຊິ່ງ​​ຕາມແຜນ​ການເດີມ​ແມ່ນ​ຈະ​ເລີ່ມ​ປະ​ຕິ​ບັດ​​ໃນວັນ​ທີ 6 ທັນ​ວາ​ໜ້າ​ນີ້,  ​ສ່ວນເວ​ລາ​​ຈະເລີ່ມ​ປະ​ຕິ​ບັດ​ຄືນ​ໃໝ່​ຈະ​ປະ​ກາດ​​ຕາມ​ທີ່​ຫລັງ.

    ປັດ​ຈຸ​ບັນ,  ສິງ​ກະ​ໂປ​ໄດ້ປະ​ຕິ​ບັດແຜນແລວ​​ທ່ອງ​ທ່ຽວ​​ສຳ​ລັບ​ຜູ້​ທີ່​ໄດ້​ສັກ​ວັກ​ຊີນ​ໂຄວິດ-19ກັບ​ຫລາຍກວ່າ 20 ປະ​ເທດ, ​​​ຖ້າ​ຫາກວ່ານັກ​ທ່ອງ​ທ່ຽວ​ທີ່​ໄດ້​ສັກ​ວັນ​ຊີນ​ແລ້ວ​ເຂົ້າ​ສູ່​ສິງ​ກະ​ໂປ​ຜ່ານ​ແຜນ​ການ​ດັ່ງ​ກ່າວ, ​​ເມື່ອຜົນ​ກວດ​ຫາ​ເຊື້ອ​ໂຄວິດ-19ເປັນ​ລົບ​ກໍ​ສາ​ມາດ​ຍົກ​ເລີກ​ການ​ກັກ​ບໍ​ລິ​ເວນ​ໄດ້. ແຕ່​ວ່າ,  ​​ຄຽງ​ຄູ່​ກັບເຊື້ອ​​ພະ​ຍາດໂຄວິດ-19​ສາຍ​ພັນ “​ໂອ​ມີ​​ຄຼອນ” ​ຖືກ​ພົບ​ເຫັນ​ໃໝ່,  ໜ່ວຍ​ງານ​ດັ່ງ​ກ່າວ​ໄດ້​ກ່າວ​ວ່າ: ຈະ​ພິ​ຈາ​ລະ​ນາ​ແຜນ​ການ​ດັ່ງ​ກ່າວ​ຄືນ​ໃໝ່, ລາຍ​ລະ​ອຽດ​ຈະ​ປະ​ກາດ​ໃນ​ໄວໆ​ນີ້.

ຄຳ​ເຫັນ

0