ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 29 ພະຈິກນີ້, ທ່ານຄາຕິບຊາເດ ໂຄສົກກະຊວງການຕ່າງປະເທດອີຣານກ່າວວ່າ: ໃນການເຈລະຈາກ່ຽວກັບນີວເຄລຍອີຣານຮອບໃໝ່, ລັດຖະບານອາເມຣິກາຄວນປະຖິ້ມນະໂຍບາຍກົດດັນສຸດຂີດທີ່ມີຕໍ່ອີຣານທີ່ປະຕິບັດໃນສະໄໝທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາ.
ທ່ານ ຄາຕິບຊາເດ ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນດຽວກັນວ່າ: ອາເມຣິກາໄດ້ຮັກສານະໂຍບາຍກ່ຽວກັບອີຣານທີ່ບໍ່ມີຜົນໃນສະໄໝທ່ານໂດໂນທຣຳ, ເປັນການສິ້ນເປືຶອງເວລາຢ່າງຫຼວງຫຼາຍໃນການເຈລະຈາກ່ຽວກັບນີວເຄລຍອີຣານ 6 ຮອບກ່ອນ. ອີຣານມີຄວາມຈິງໃຈແລະຄວາມຕັດສິນໃຈຢາກໄດ້ ຜົນສຳເລັດໃນການເຂົ້າຮ່ວມການເຈລະຈາຮອບໃໝ່. ຫວັງວ່າ ບັນດາຝ່າຍຈົ່ງກຳແໜ້ນໂອກາດນີ້, ເພາະ ໂອກາດຈະບໍ່ເປີດໃຫ້ຕະຫຼອດການ.
ທ່ານຄາຕິບຊາເດ ຍັງກ່າວຕື່ມວ່າ: ອີຣານກຳລັງກ້າວໄປຕາມທິດທາງຢາກໃຫ້ຍົກເລີກການລົງໂທດອີຣານ.ໜ່ວຍງານເຈລະຈາອີຣານທີ່ຢູ່ນະຄອນຫຼວງວຽນປະເທດໂອຕຣິສກໍຈະສຸມໃສ່ບັນຫາກ່ຽວກັບການຍົກເລີກການລົງໂທດອີຣານ.
ຄຳເຫັນ
0