何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ໂຕ້​ຖ້ອຍ​ຄຳ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ທີ່​ຕຳ​ໜິ​ຈີນ​ຢ່າງ​ບໍ່​ມີ​ເຫດ​ຜົນ​ກ່ຽວ​ກັບ​ອັນ​ທີ່ເອີ້ນ​ວ່າ “ບັນ​ຫາ​ຮົງ​ກົງ​ແລະ ບັນ​ຫາ​ຊິ່ນ​ຈ່ຽງ”

2021-11-30 13:13:34 CRI

 

   ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວທີ່​ຈັດ​ຂຶ້ນ​ໃນ ວັນ​ທີ 29 ພະ​ຈິກ​ນີ້, ​ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນໄດ້​ຕອບ​ໂຕ້​ຖ້ອຍ​ຄຳ​ຂອງ​ທ່ານຟຸ​ມິ​ໂອ ກິ​ຊິ​ດ​ະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ທີ່​ໄດ້​ຕຳ​ໜິ​ຈີນ​ຢ່​າງ​ບໍ່​ມີ​ເຫດ​ຜົນ​ກ່ຽວ​ກັບ​ອັນ​ທີ່​ເອີ້ນ​ວ່າ “ບັນ​ຫາ​ຮົງ​ກົງ​ແລະ ບັນ​ຫາ​ຊິ່ນ​ຈ່ຽງ” ໃນ​ໄລ​ຍະ​ດຳ​ເນີນກອງ​ປະ​ຊຸມ​ຜູ້​ນຳ​ປະ​ເທດ​ອາ​ຊີ​-ເອີ​ຣົບ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ.

ອີງ​ຕາມ​ການ​ລາຍ​ງານ​ຂ່າວ​ຂອງ​ຂ່າວ​ສານກຽວ​ໂດ​ປະ​ເທດ​ຍີ່​ປຸ່ນ, ໃນ​ເວ​ລາ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​ປະ​ເທດ​ອາ​ຊີ​-ເອີ​ຣົບ​ຄັ້ງ​ທີ 13ໂດຍ​ຜ່ານ​ທາງວີ​ດີ​ໂອ, ທ່ານຟຸ​ມິ​ໂອ ກິ​ຊິ​ດ​ະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ​ຕໍ່​ອັນ​ທີ່​ເອີ້ນ​ວ່າ  “ບັນ​ຫາ​ຮົງ​ກົງ​ແລະ ບັນ​ຫາ​ຊິ່ນ​ຈ່ຽງ” ຂອງ​ຈີນ, ທັງ​ໄດ້​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ເຈດ​ຕະ​ນາ​ທີ່​ຢາກ​ປ່ຽນ​ແປງ​ສະ​ພາບ​ການ​ໃນ​ປະ​ຈຸ​ບັນ​​ຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ ແລະ ທະ​ເລ​ຈີນ​ໃຕ້​ແຕ່​ຝ່າຍ​ດຽວ.

ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ວ່າ, ລັດ​ຖະ​ບານ​ຈີນ​ຕໍ່​ຕ້ານ​ຕາມ​ກົດ​ໝາຍ​ຕໍ່​ຄວາມ​ຮຸນ​ແຮງ ແລະ ການ​ກໍ່​ການ​ຮ້າຍ ​ເຊິ່ງເປັນ​ການ​ປົກ​ປ້ອງ​​ທີ່​ດີ​ທີ່​ສຸດ​ຕໍ່ສິດ​ທິ​ມະ​ນຸດ​ຂອງ​ປະ​ຊ​າ​ຊົນ​ບັນ​ດາ​ເຜົ່າ​ເຂດ​​ຢູ່ຊິ່ນ​ຈ່ຽງ​. ວຽກ​ງານ​ຮົງ​ກົງ​ເປັນ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ຈີນ​ລ້ວນໆ, ລັດ​ຖະ​ບານ​ຈີນ​ມີ​ຄວາມ​ຕັດ​ສິນ​ໃຈ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນບໍ່​ປ່ຽນ​ແປງ​ໃນ​ການ​ປົກ​ປັກ​ຮັກ​ສາ ​ອະ​ທິ​ປະ​ໄຕ​​ຄວາມ​ໝັ້ນ​ຄົງແຫ່ງ​ຊາດ ແລະ ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາຂອງ​ຕົນ, ມີ​ຄວາມ​ຕັດ​ສິນ​ໃຈ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ​ບໍ່​ປ່ຽນ​ແປງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ “ປະ​ເທດ​ດຽວ ສອງ​ລະ​ບອບ”, ທັງມີ​ຄວາມ​ຕັດ​ສິນ​ໃຈ​ທີ່​​ເດັດ​ດ່ຽວ​ໜຽວ​ແໜ້ນ​ບໍ່​ປ່ຽນ​ແປງ​ໃນ​ການ​​ຄັດ​ຄ້າ​ນ​ອິດ​ທິ​ກຳ​ລັງ​ພາຍນອກ​​ທີ່​ຫວັງ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຮົງ​ກົງປະ​ເທດ​ຈີນ.

ທ່ານ​ວ່າງ​ເວີນ​ປິ່ນ​ກ່​າວ​ຕື່ມ​ວ່າ, ໃນ​ກອງ​ປະ​ຊຸມ​ຜູ້​ນຳ​ປະ​ເທດ​ອາ​ຊີ-​ເອີ​ຣົບ​ຄັ້ງ​ນີ້, ຈີນ ແລະ ຫຼາຍ​ປະ​ເທດ​ອາ​ຊຽນ​ໄດ້​ສະ​ແດງ​ຄວາມ​ປາ​ຖະ​ໜາ​ທີ່ຊຸກ​ຍູ້​ການ​ເຈ​ລະ​ຈາ​ກ່ຽວ​ກັບ “​ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້”ຢ່າງ​ຕັ້ງ​ໜ້າ, ​ແລະຕົກ​ລົງ “ກົດ​ລະ​ບຽບ”ທີ່​ມີ​ປະ​ສິດ​ທິ​ຜົນ, ມີ​ເນື້ອ​ໃນ​ທີ່​ຕິດ​ແທດ​ຕົວ​ຈິງ, ແລະສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ​ຕ່າງໆ ເຊິ່ງ​ລວມ​ທັງ “ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ກົ​ດໝາຍ​ທາງ​ທະ​ເລ​ຂອງ​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ”. ​ສະ​ນັ້ນ, ຈຸດ​ຢືນ​ຂອງ​ຍີ່​ປຸ່ນ​ແມ່ນ​​ຂັດ​ແຍ້ງ​ກັບ​ຄວາມ​ປາ​ຖະ​ໜາ ແລະ ການ​ເຄື່ອນ​ໄຫວ​ຂອງ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ນີ້.

 

ຄຳ​ເຫັນ

0