吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​ຊົມ​ເຊີຍ​​ເຖິງກອງ​ປະ​ຊຸມ​ລະ​ນຶກ “ວັນ​ສາ​ກົນ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ປາ​ເລັ​ສ​ຕີນ”

2021-11-30 16:28:11 cri

    ວັນ​ທີ 29 ພະ​ຈິກ​ນີ້, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຈັດ​ກອງ​ປະ​ຊຸມ​ລະ​ນຶກ “ວັນ​ສາ​ກົນ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ປາ​ເລັ​ສ​ຕີນ”, ທ່ານສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີ​ຍ​​ເຖິງກອງ​ປະ​ຊຸມ​ດັ່ງ​ກ່​າວ.

    ທ່ານ​ສີ​ຈິ້ນ​ຜິງ​ໄດ້​ລະ​ບຸ​ໃນ​ສານ​ຊົມ​ເຊີຍ​ວ່າ: ບັນ​ຫາ​ປາ​ເລັ​ສ​ຕີນ​ແມ່ນ​ໃຈ​ກາງ​ຂອງ​ບັນ​ຫາ​ຕາ​ເວັນ​ອອກ​ກາງ. ບັນ​ຫາ​ປາ​ເລັ​ສ​ຕີນ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຮອບ​ດ້ານ, ຍຸ​ຕິ​ທຳ ແລະ​ຖາ​ວອນ, ປາ​ເລັ​ສ​ຕີນ ແລະ​ອິ​ສຣາ​ແອນ​ສາ​ມາດ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ, ​ສອງຊົນ​​ຊາດ​ໃຫຍ່​ຄື: ອາ​ຣັບ ແລະ​ຢີວ​​ຮ່ວມ​ກັນ​ພັດ​ທະ​ນາ, ແມ່ນ​ສອດ​ຄ່ອ​ງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ປາ​ເລັ​ສ​ຕີນ ແລະ​ອິ​ສຣາ​ແອນ, ​ສອດ​ຄ່ອງ​ກັບ​ເປົ້າ​ໝາຍ​​ຖາ​ວອນ​ທີ່ພາກ​ພື້ນມີ​ຄວາມ​ໝັ້ນ​ຄົງ, ທັງສອດ​ຄ່ອງ​ກັບ​ຄວາມ​ປາດ​ຖະ​ໜາ​ຮ່ວມ​ຂອງ​ປະ​ເທດ ແລະ​ປະ​ຊາ​ຊົນ​ທີ່​ຮັກ​ຫອມ​ສັນ​ຕິ​ພາບ ແລະຍຶດ​ຖື​ຄວາມ​ເປັນ​ທຳ. ການ​ແກ້​ໄຂ​ບັນ​ຫາ​ປາ​ເລັ​ສ​ຕີນ​ຕ້ອງ​ຍຶດ​ໝັ້ນ​ໃນ​ຫລັກ​ການ ແລະ​ທິດ​ທາງ​ທີ່​ຖືກ​ຕ້ອງ. ປະ​ຊາ​ຄົມ​ໂລກ​ຄວນ​ຍຶດ​ໝັ້ນ​ຄວາມ​ພາ​ວະ​ວິ​ໄສ ແລະ​ຍຸ​ຕິ​ທຳ, ສົ່ງ​ເສີມ​ຄວາມ​ໂອບ​ເອື້ອ​ອາ​ລີ ແລະ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ, ຖື​ເອົາ​ກອງ​ປະ​ຊຸມ​ສັນ​ຕິ​ພາບ​ມາດຼີດ​ຈັດ​ຂຶ້ນ​ຄົ​ບ​ຮອບ 30 ປີ​ເປັນ​ໂອ​ກາດ, ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຫລາຍກວ່າ​ເກົ່າ​​ແກ່​ການ​ຊຸກ​ຍູ້ຫ້​ປາ​ເລັ​ສ​ຕີນ ແລະ​ອິ​ສຣາ​ແອນ​ຟື້ນ​ຟູ​ການ​ເຈ​ລະ​ຈາ​​ຢ່າງ​ສະ​ເໝີ​ພາບ​ກັນ​ຄືນ​ໃໝ່​ບົນ​ພື້ນ​ຖານ “ແຜນ​ການສອງ​ປະ​ເທດ”.  ພ້ອມ​ດຽວ​ກັນ​ນັ້ນ, ຍັງ​ຄວນ​ສືບ​ຕໍ່​ຊ່ວຍ​ເຫລືອ​ປະ​ຊາ​ຊົນ​ປາ​ເລັ​ສ​ຕີນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ປັບ​ປຸງ​ສະ​ພາບ​ການ​ເສດ​ຖະ​ກິດ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ​ມະ​ນຸດ​ສະ​ທຳ​ໃນ​ປາ​ເລັ​ສ​ຕີນ​ຢ່າງ​ແທ້​ຈິງ.

 

ຄຳ​ເຫັນ

0