覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ວ່າ​ການFEDກ່າ​ວ​ວ່າ: ເຊື້ອ​ພະ​ຍາດ​ໂອ​ມິ​ຄຼອນ​ຈະ​ເພີ່ມ​ຄວາມ​ບໍ່​ແນ່ນອນ​ໃຫ້​ກັບ​ໄພ​ເງິນ​ເຟີ້​ຕື່ມ​ອີກ

2021-11-30 13:08:58 cri

ວັນ​ທີ 29 ພະ​ຈິກ​ນີ້, ທ່ານ​ເຈີ​ໂຣມ​ພາວ​ເວວ ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ​ອາ​ເມ​ຣິ​ກາຫຼື FED​ກ່າວ​ວ່າ: ເຊື້ອ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ໃໝ່ ໂອ​ມິ​ຄຼອນ ແລະ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19​ທີ່ເພີ່ມ​ຂຶ້ນ​ໃນ​ໄລ​ຍະມໍ່ໆ​ມາ​ນີ້​ໄດ້​ກາຍ​ເປັນ​ໄພ​ຂົ່ມ​ຂູ່​ອີກ​ຄັ້ງ​ໃໝ່​ຕໍ່​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ ແລະ​ນຳ​ເອົາ​ຄວາມ​ບໍ່​ແນ່ນອນຫຼາຍກວ່າ​ເກົ່າ​ໃຫ້​ກັບ​ໄພ​ເງິນ​ເຟີ້​ໃນ​ອະ​ນາ​ຄົດ.
 

 ທ່ານ​​ພາວ​ເວວ​ກ່າວ​ວ່າ: ເຊື້ອ​ພະ​ຍາດ​ໂອ​ມິ​ຄຼອນ​ຈະ​ນຳ​ເອົາ​ຄວາມ​ສ່ຽງ​ມາ​​ໃຫ້ການ​ປະ​ກອບ​ອາ​ຊີບ​ແລະ​ການ​ເຄື່ອນ​ໄຫວ​ທາງ​ເສດ​ຖະ​ກິດ​ຕ່າງໆ,ເຊິ່ງ​ຄວາມ​ກັງ​ວົນ​ທີ່​ເກີດ​ຈາກ​ເລື່ອງ​ນີ້​ຈະ​ເຮັດ​ໃຫ້​ຕະຫຼາດ​ແຮງ​ງານ​ຟື້ນ​ຄືນ​ໄດ້​ຊ້າ​ລົງ ທັງ​ເຮັດ​ໃຫ້​ຕ່ອງ​ໂສ້​ການ​ສະ​ໜອງ​ພົບ​ກັບ​ບັນ​ຫາ​ຫຍຸ້ງ​ຍາກຮຸນ​ແຮງ​ຂຶ້ນ​ຕື່ມ.

ຄຳ​ເຫັນ

0