何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊື້ປີ້ໂດຍສານລົດໄຟລາວ-ຈີນໄດ້ແລ້ວ ຫຼັງມື້ເປີດໃຊ້ທາງການ

2021-12-01 12:24:38 CRI

ຊື້ປີ້ໂດຍສານລົດໄຟລາວ-ຈີນໄດ້ແລ້ວ ຫຼັງມື້ເປີດໃຊ້ທາງການ_fororder_微信图片_20211201122403

ຫຼັງຈາກມື້ເປີດບໍລິການເປັນທາງການ, ການຊື້ປີ້ລົດໄຟຂອງຜູ້ໂດຍສານ ກ່ອນຈະເດີນທາງຕ້ອງຊື້ປີ້ຢູ່ປ່ອງບໍລິການຂາຍປີ້ ທີ່ສະຖານີລົດໄຟທີ່ເປີດບໍລິການເບື້ອງຕົ້ນ ກໍ່ຄືນະຄອນຫຼວງວຽງຈັນ-ບໍ່ເຕັນ 1 ຖ້ຽວ (ໄປ-ກັບ) ແລະນະຄອນຫຼວງວຽງຈັນ-ຫຼວງພະບາງ 1 ຖ້ຽວ(ໄປ-ກັບ). ອີງຕາມແຈ້ງການຂອງບໍລິສັດທາງລົດໄຟລາວ-ຈີນຈຳກັດແຈ້ງໃນວັນທີ 30 ພະຈິກ 2021.

ຂໍ້ມູນແຈ້ງວ່າ: ໃນໄລຍະທີ່ມີການລະບາດຂອງໂຄວິດ-19, ແມ່ນສາມາດມາຊື້ປີ້ໄດ້ລ່ວງໜ້າ 3 ວັນກ່ອນເດີນທາງ ແລະໃນເວລາຊື້ປີ້ລົດໄຟຕ້ອງໄດ້ສະແດງບັດປະຈໍາຕົວ, ບັດສັກວັກຊີນຄົບ 2 ເຂັມເພື່ອເປັນການຢັ້ງຢືນ. ຜູ້ໂດຍສານສາມາດປ່ຽນສະຖານີຂຶ້ນ-ລົງລົດໄຟ, ເວລາຂຶ້ນລົດໄຟ ແລະບ່ອນນັ່ງໄດ້ທີ່ປ່ອງບໍລິການຂາຍປີ້ ພາຍໃນ 48 ຊົ່ວໂມງກ່ອນລົດໄຟຈະອອກ, ໃນກໍລະນີຫຼັງລົດໄຟອອກແລ້ວ ແມ່ນສາມາດປ່ຽນໃໝ່ໄດ້ຕາມມື້ທີ່ລະບຸຢູ່ໃນປີ້ລົດໄຟ ແລະຈະບໍ່ສາມາດປ່ຽນເປັນມື້ຖັດໄປ ຫຼືປ່ຽນພາຍຫຼັງໄດ້ຕາມໃຈ. ສໍາລັບ, ການຖອນປີ້ຄືນແມ່ນຕ້ອງດໍາເນີນການກ່ອນລົດໄຟຈະ ອອກ ແລະການຖອນປີ້ຄືນແມ່ນຈະຫັກຄ່າທໍານຽມການຖອນປີ້ 20% ຂອງມູນຄ່າປີ້. 

ຂໍ້ມູນແຈ້ງຕື່ມວ່າ: ຜູ້ໂດຍສານທີ່ຈະເດີນທາງ ແມ່ນໃຫ້ມາຮອດສະຖານີລົດໄຟກ່ອນ 1 ຊົ່ວໂມງ ກ່ອນທີ່ລົດໄຟຈະອອກ ພ້ອມກັບການໃຊ້ປີ້ຢັ້ງຢືນເພື່ອເຂົ້າໃນສະຖານີ ແລະດໍາເນີນການກວດກາຄວາມປອດໄພຂອງເຄື່ອງ, ຫຼັງຈາກກວດກາແລ້ວໃຫ້ໄປລໍຖ້າທີ່ເຂດລໍຖ້າ, ຕາມຫຼັກການກ່ອນຂະບວນລົດໄຟ EMU ຈະອອກເດີນທາງຈາກສະຖານີຕົ້ນທາງ 20 ນາທີ ຈະເລີ່ມຂັ້ນຕອນການແຈ້ງປີ້ເພື່ອຂື້ນລົດໄຟ ແລະຈະຢຸດການແຈ້ງປີ້ກ່ອນ ລົດໄຟຈະອອກ 5 ນາທີ, ກະລຸນາເກັບຮັກສາປີ້ລົດໄຟໃຫ້ດີ ລະຫວ່າງທາງ ຂື້ນລົດ, ລົງລົດໄຟ. ຫຼັງຈາກຮອດສະຖານີຈະຕ້ອງໄປບ່ອນກວດກາປີ້ຢູ່ຊ່ອງທາງອອກເພື່ອອອກຈາກສະຖານີ.

ຄຳ​ເຫັນ

0