何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລົດໄຟລາວ-ຈີນຈະເລີ່ມບໍລິການພາຍໃນປະເທດແຕ່ວັນທີ 4 ທັນວາ 2021

2021-12-01 12:12:37 CRI

ລົດໄຟລາວ-ຈີນຈະເລີ່ມບໍລິການພາຍໃນປະເທດແຕ່ວັນທີ 4 ທັນວາ 2021_fororder_微信图片_20211201121222

ອີງຕາມແຈ້ງການຂອງບໍລິສັດທາງລົດໄຟລາວ-ຈີນຈຳກັດແຈ້ງໃຫ້ຮູ້ໃນວັນທີ30ພະຈິກ2021 ວ່າ:ໃນໄລຍະຍັງມີການລະບາດຂອງພະຍາດໂຄວິດ-19 ຈະບໍ່ເປີດບໍລິການຜູ້ໂດຍສານລະຫວ່າງປະເທດ, ແຕ່ຈະເປີດການບໍລິການຢູ່ພາຍໃນປະເທດລາວແທນ, ໂດຍຈະມີການບໍລິການ 2 ຖ້ຽວຕໍ່ມື້ຄື: ນະຄອນຫຼວງວຽງຈັນ-ບໍ່ເຕັນ 1 ຖ້ຽວ (ໄປ-ກັບ) ແລະນະຄອນຫຼວງວຽງຈັນ-ຫຼວງພະບາງ 1 ຖ້ຽວ(ໄປ-ກັບ).

ສໍາລັບເວລາເດີນລົດມີ: ອອກຈາກສະຖານີນະຄອນຫຼວງວຽງຈັນ-ບໍ່ເຕັນໃນເວລາ 8.00ໂມງ ແລະກັບແຕ່ສະຖານີບໍ່ເຕັນ-ສະຖານີນະຄອນຫຼວງວຽງຈັນເວລາ12.00ໂມງ; ນະຄອນຫຼວງວຽງຈັນ-ຫຼວງພະບາງເວລາ 15.44ໂມງ ແລະກັບຈາກຫຼວງພະບາງ-ນະຄອນຫຼວງວຽງຈັນເວລາ 18.16 ໂມງ.

ເສັ້ນທາງລົດໄຟລາວ-ຈີນປະກອບມີ 10 ສະຖານີຂົນສົ່ງຜູ້ໂດຍສານ.ໃນນັ້ນ, ຈະເປີດບໍລິການ 6ສະຖານີກ່ອນຄືສະຖານີນະຄອນຫຼວງວຽງຈັນ,ໂພນໂຮງ,ວັງວຽງ,ຫຼວງພະບາງ,ເມືອງໄຊແລະສະຖານີບໍ່ເຕັນ.

ຄຳ​ເຫັນ

0