何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ລາວມອບ “ຫຼຽນ​ໄຊ​ພັດ​ທະ​ນາ​ຊັ້ນ​ໜຶ່ງ” ໃຫ້​ກຸ່ມ​ລັດ​ວິ​ສາ​ຫະ​ກິດ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນ ແລະ ມອບ “ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ” ໃຫ້​ແກ່​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ ເພື່ອ​ຍ້ອງ​ຍໍ​ການ​ປະ​ສ່ວນ​ອັນ​ພົ້ນ​ເດັ່ນ​ເຂົ້າ​ໃນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ

2021-12-01 12:08:31 CRI

ລັດ​ຖະ​ບານ​ລາວມອບ “ຫຼຽນ​ໄຊ​ພັດ​ທະ​ນາ​ຊັ້ນ​ໜຶ່ງ” ໃຫ້​ກຸ່ມ​ລັດ​ວິ​ສາ​ຫະ​ກິດ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນ  ແລະ ມອບ “ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ” ໃຫ້​ແກ່​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ ເພື່ອ​ຍ້ອງ​ຍໍ​ການ​ປະ​ສ່ວນ​ອັນ​ພົ້ນ​ເດັ່ນ​ເຂົ້າ​ໃນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ_fororder_微信图片_20211201120709

 

ວັນ​ທີ 1 ທັນ​ວາ​ປີ 2021, ລັດ​ຖະ​ບານ​ລາວ​ໄດ້​ຈັດ​ພິ​ທີ​ມອບຫຼຽນ​ໄຊ​ຢ່າງ​ຄຶກ​ຄື້ນ​ຢູ່​ຫໍ​ປະ​ຊຸມ​ແຫ່ງ​ຊາດ​ລາວ, ທ່ານ​ສອນ​ໄຊ ສີ​ພັນ​ດອນ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທັງ​ເປັນ​ຫົວ​ໜ້າ​ຄະ​ນະ​ຮັບ​ຜິ​ດ​ຊອບໂຄງ​ການ​ທາງ​ລົດ​ໄຟ​ລາວ​-ຈີນ, ​ໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ລາວ, ມອບຫຼຽ​ນ​ໄຊພັດ​ທະ​ນາ​ຊັ້ນ​ໜຶ່ງ​ໃຫ້​ແກ່​ກຸ່ມ​ລັດ​ວິ​ສາ​ຫະ​ກິດ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນ, ແລະ ມອບ “ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ” ໃຫ້​ແກ່​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ. ໂດຍ​ຜ່ານ​ການ​ອະ​ນຸ​ມັດ​​ຈາກ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ທ່ານ​ຈູ​ໂກ​ຈ່ຽງ, ຄະ​ນະ​ບໍ​ລິ​ຫານ​ງານ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ສາ​ກົນ​ຈີນ, ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ຕາງ​ໜ້າ​ກຸ່ມ​ລັດ​ວິ​ສ​າ​ສາ​ຫະ​ກິດ​ທາງ​ລົ​ດ​ໄຟ​ແຫ່ງ​ຊາດ​ຈີນ ແລະ ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ເຂົ້າ​ຮ່ວມ​ພິ​ທີ ແລະ ​ຮັບ​ຫຼຽນ​ໄຊ. ທ່ານ​ຈ່ຽງ​ຈ້າຍ​ຕຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​​ສ​ປຈີນ​ປະ​ຈຳ​ສ​ປ​ປ​ລາວ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

ລັດ​ຖະ​ບານ​ລາວມອບ “ຫຼຽນ​ໄຊ​ພັດ​ທະ​ນາ​ຊັ້ນ​ໜຶ່ງ” ໃຫ້​ກຸ່ມ​ລັດ​ວິ​ສາ​ຫະ​ກິດ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນ  ແລະ ມອບ “ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ” ໃຫ້​ແກ່​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ ເພື່ອ​ຍ້ອງ​ຍໍ​ການ​ປະ​ສ່ວນ​ອັນ​ພົ້ນ​ເດັ່ນ​ເຂົ້າ​ໃນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ_fororder_微信图片_20211201120718

ໃນ​ພິ​ທີ​ມອບຫຼຽນ​ໄຊ, ລັດ​ຖະ​ບານ​ລາວ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສຸດ​ໃຈ​ຕໍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີ​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​ນຳ, ​ທັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ລັດ​ຖະ​ບານ​ຈີນ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະ​ການ​ຊ່ວຍ​ເຫຼືອ​ຢ່າງ​ແຂງ​ແຮງໃຫ້​ກັບ​ປະ​ເທດ​ລາວ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຊຸກ​ຍູ້​ປະ​ເທດ​ລາວ​​ໃຫ້ບັນ​ລຸ​ເປົ້າ​ໝາຍ​ການ​ປ່ຽນ​ແປງ​ຄັ້ງ​ປະ​ຫວັດ​ສາດ​ທີ່​ຫັນ​ຈາກ “ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ”​ມາ​ເປັນ “ປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ”. ທັງ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ກຸ່ມ​ລັດ​ວິ​ສາ​ຫະ​ກິດ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນ ແລະ ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ທີ່​ໄດ້​ປະ​ກອບ​ສ່ວນ​ອັນ​ພົ້ນ​ເດັ່ນ​ເຂົ້າ​ໃນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ທີ່​ເປັນ​ໂຄງ​ການ​ສັນ​ຍາ​ລັກ​ແຫ່ງ​ມິດ​ຕະ​ພາບ​ລາວ-ຈີນ​ໃນ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

ທາງ​ລົດ​ໄຟ​ລາວ-ຈີນ​ມີ​ລວງ​ຍາວ​ທັງ​ໝົດ 1035 ກິ​ໂລ​ແມັດ, ເຊື່ອມ​ຕໍ່​ນະ​ຄອນ​ຄຸນ​ໝິງປະ​ເທດ​ຈີນ ແລະ ນະ​ຄອນຫຼວງວຽງ​ຈັນ​ປະ​ເທດ​ລາວ, ໃນ​ຕະຫຼອດ​ເສັ້ນ​ທາງ​ລົດ​ໄຟ​ໄດ້​ນຳ​ໃຊ້​ມາດ​ຕະ​ຖານ​ເຕັກ​ນິກ​ປະ​ເທດ​ຈີນ. ນັບ​ແຕ່​ເລີ່ມການ​​ກໍ່​ສ້າງ​ເມື່ອ​ວັນ​ທີ 25 ທັນ​ວາ​ປີ 2016 ເປັນ​ຕົ້ນ​ມາ, ຜູ້​ນຳ​ສູງ​ສຸດ​ຂອງ​ສອງ​ພັກ ແລະ ສອງ​ລັດ​ຖະ​ບານ​ໄດ້​ວາງ​ແຜນ ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ຊຸກ​ຍູ້​ດ້ວຍ​ຕົນ​ເອງ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ, ຜູ້​​ເຮັດ​ວຽກກໍ່​ສ້າງ​ທາງ​ລົດ​ໄຟ​ສອງ​ປະ​ເທດ​ລາວ-ຈີນ​ໄດ້​ຕັ້ງ​ໜ້າ​ຈັດ​ຕັ້ງ​ປະ​ຕິ​ບັດ​ທັດ​ສະ​ນະ​ທີ່ ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ສ້າງ​ສາ ແລະ ຊົມ​ໃຊ້​ຮ່ວມ​ກັນ, ຍຶດ​ໝັ້ນ​ໃນ​ເປົ້າ​ໝາຍ​ທີ່​ມີ​ມາດ​ຕະ​ຖານ​ສູງ ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ກັບ​ປະ​ຊາ​ຊົນ, ​ເຂົາ​ເຈົ້າໄດ້​ບຸກ​ບືນ​ສູ້​ຊົນ​ທັງ​ເວັນ​ທັງ​ຄືນ ແລະ ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ໄດ້​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຈາກ​ສະ​ພາບ​ທໍ​ລະ​ນີ​ສາດ​ທີ່​ສັບ​ສົນ ແລະ ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ໄດ້​​ເຮັດສຳ​ເລັດ​ໜ້າ​ທີ່​ກໍ່​ສ້າງ​ຢ່າງ​ສຳ​ເລັດ​ຜົນ ແລະ ​ໄດ້ຜ່ານ​ການກວດ​ຮັບ​ຢ່າງ​ສະ​ດວກ. ການ​ສ້າງ​ທາງ​ລົ​ດ​ໄຟ​ລາວ-ຈີນ​ຢ່າງ​ສຳ​ເລັດ​ຜົນ ແລະ ການ​ເປີດ​ນຳ​ໃຊ້​ເສັ້ນ​ທາ​ງ​ລົດ​ໄຟ​ລາວ-ຈີນ, ຈະ​ປ່ຽນ​ແປງ​ສະ​ພາບ​ການ​ຄົມ​ມະ​ນາ​ຄົມ ແລະ ​ການ​ຂົນ​ສົ່ງ​ຂອງ​ປະ​ເທດ​ລາວ​ຢ່າງ​ເລິກ​ເຊິ່ງ, ​ຈະອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເດີນ​ທາງ​ໄປ​ມາ​ຫາ​ສູ່​ກັນ​ຂອງ​ປະ​ຊາ​ຊົນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​ບໍ​ລິ​ເວນ​ລຽບ​ຕາມ​ເສັ້ນ​ທາງ​ລົດ​ໄຟ, ມີ​ຄວາມ​ໝາຍ​​ສຳ​ຄັນຫຼາຍ​ຕໍ່​ການ​ຮັດ​ແໜ້ນ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ​ລາວ-ຈີນ, ເປັນ​ການເລັ່ງ​ລັດ​ການ​ສ້າງ​ ແລວ​ເສດ​ຖະ​ກິດ​ລາວ-ຈີນ, ແລະ ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ.

“ຫຼຽນ​ໄຊ​ພັດ​ທະ​ນາ​ຊັ້ນ​ໜຶ່ງ” ແມ່ນຫຼຽນສູງ​ສຸດ​ທີ່​ລັດ​ຖະ​ບານ​ລາວມອບ​ໃຫ້​ອົງ​ການ​ຈັດ​ຕັ້ງ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ທີ່​ໄດ້​ປະ​ກອບ​ສ່ວນ​ອັນ​ພົ້ນ​ເດັ່ນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​​ຊາດລາວ. “ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ” ແມ່ນຫຼຽນສູງ​ສຸ​ດ​ທີ່​ລັດ​ຖະ​ບານ​ລາວມອບ​ໃຫ້​ຜູ້​ອອກ​ແຮງ​ງານ​ທີ່​ໄດ້​ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາປະ​ເທດ​ລາວ.

ຄຳ​ເຫັນ

0