覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ນຳຣັດເຊຍ-ຫວຽດນາມຢືນຢັນຈະເສີມຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດຕື່ມອີກ

2021-12-01 17:26:35 cri

ວັນທີ 30 ພະຈິກ 2021, ຢູ່ນະຄອນຫລວງມົສກູປະເທດຣັດເຊຍ, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ພົບປະກັບທ່ານຫງວຽນຊວນຟຸກ ປະທານປະເທດຫວຽດນາມທີ່ເດີນທາງໄປຢ້ຽມຢາມຣັດເຊຍ.ສອງຝ່າຍຢືນຢັນວ່າຈະເສີມຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດຕື່ມອີກ.


ສອງຝ່າຍໄດ້ອອກຖະແຫລງການຮ່ວມຫລັງການພົບປະກັນໂດຍລະບຸວ່າ: ສອງຝ່າຍຈະສືບຕໍ່ລົງເລິກການຮ່ວມມືໃນຂົງເຂດຕ່າງໆເຊັ່ນ ຄວາມໝັ້ນຄົງ ດ້ານການປ້ອງກັນປະເທດ, ເຕັກນິກດ້ານການທະຫານເປັນຕົ້ນບົນພື້ນຖານ ກົດໝາຍສາກົນ, ເພື່ອສົ່ງເສີມສັນຕິພາບແລະສະຖຽນລະພາບຂອງພາກພື້ນ ກໍຄືຂອງໂລກ.

 

ສອງປະເທດມີຈຸດຢືນໃຫ້ລົງເລິກການພັດທະນາເສດຖະກິດພາກພື້ນທີ່ເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ, ຈັດຕັ້ງປະຕິບັດຂໍ້ລິເລີ່ມເຊື່ອມໂຍງເຊື່ອມ ຈອດກັນໃນພາກພື້ນເຊັ່ນ ສາຍພົວພັນຄູ່ຮ່ວມມືເອີຣົບ-ອາຊີ, ເພີ່ມທະວີ ການພົວພັນດ້ານເສດຖະກິດລະຫວ່າງອາຊຽນກັບສະຫະພັນເສດຖະກິດເອີຣົບ-ອາຊີ.

 

ຄຳ​ເຫັນ

0