吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງ ເຜີງ​ລີ້ຢວ​ນ​ຝາກ​ຄວາມຫວັງໄວ້​ກັບນັກ​ຮຽນ​ຂອງ​ໂຮງ​ຮຽນ​ແຖບ​​ຜ້າແດງ​ນະ​ຄອນ​ຫລິນ​ເຝີນ​ແຂວງ​ຊ່ານ​ຊີ່ ສ​ປ ຈີນ

2021-12-01 18:05:45 cri

图片默认标题_fororder_彭

    ເນື່ອງ​ໃນ​ໂອ​ກາດ “​ວັນ​ເອດ​ໂລກ​” ຄັ້ງ​ທີ 34 ທີ່​ຈະ​ມາ​ເຖິງ​ນີ້,  ກິດ​ຈະ​ກຳໃນຫົວ​ຂໍ້ “​ວັນ​ເອດ​ໂລກ” ປີ2021 ແລະ​ກິດ​ຈະ​ກຳ​ສະ​​ເຫລີມ​ສະ​ຫລອງ​ການ​ສ້າງ​ຕັ້ງ​ໂຮງ​ຮຽນ​ແຖບ​ຜ້າ​ແດງ​ນະ​ຄອນ​ຫລິນ​ເຝີນ​ແຂວງ​ຊ່ານ​ຊີ່​ ສ​ປ ຈີນ​ຄົບ​ຮອບ 10 ປີ​ໄດ້​ຈັດ​ຂຶ້ນ​ຢ່າງ​ຈົບ​ງາມ.

    ທ່າ​ນ​ນາງ​ເຜີງ​ລີ້ຢວນ ​ພັນ​ລະ​ຍາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທູດ​ສັນ​ຖະ​ວະ​ໄມ​ຕີ​ເພື່ອ​ປ້ອງ​ກັນ ແລະ​ປິ່ນ​ປົວ​ວັນ​ນະ​ໂລກ ແລະ​​ພະ​ຍາດເອດ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ຝາກ​ຄວາມ​ຫວັງ​​ໄວ້​ກັບນັກ​ຮຽນ​ຂອງ​ໂຮງ​ຮຽນ​ແຖບ​​ຜ້າແດງ​ນະ​ຄອນ​ຫລິນ​ເຝີນ​​ເນື່ອງ​ໃນ​ໂອ​ກາດ​ຈັດກິ​ດ​ຈະ​ກຳ​ດັ່ງ​ກ່າວ​ຜ່າ​ນ​ທາງວິ​ດີ​ໂອ, ໂດຍ​​ທ່ານໄດ້​ຫວນ​ຄືນ​ປະ​ສົບ​ການ​ທີ່​ອົບ​ອຸ່​ນ​ເວ​ລາ​ຢູ່​ກັບ​ຄູ​ສອນ ແລະ​ນັກ​ຮຽນ​ໃນ​​ໄລ​ຍະເວ​ລາ 10 ປີ​​ທີ່ຜ່ານ​ມາ, ​ໄດ້​ຊ່ວຍປຸກ​ລະ​ດົມ​ນັກ​ຮຽນ​ທັງ​ຫລາຍ​ຖອດ​ຖອນ​ບົດ​ຮຽນ​​ຄວາມ​ເປັນແບບ​ຢ່າງ​​ຜູ້​ຢູ່​ໃກ້​ໂຕ, ສືບ​ທອດ ແລະ​ສືບ​ຕໍ່​ມອບ​ຄວາມ​ຮັກ, ມອບ​ ນ້ຳ​ໃຈ​ແຫ່ງ​ຄວາມ​ຮັກ ແລະເຕີບ​ໃຫຍ່​ຢາງ​ມີ​ຄວາມ​ສຸກ.

    ກິດ​ຈະ​ກຳ​ໃນ​ຫົວ​ຂໍ້ “​ວັນ​ເອດ​ໂລກ” ປີ2021​ໄດ້​ຖື​ເອົາ​ໂຮງ​ຮຽນ​ແຖບ​ຜ້າ​ແດງ​ເປັນ​ແບບ​ຢ່າງ, ສົ​ມ​ທົບ​ກັບ​ເລື່ອງ​ຈິງ​ຕ່າງໆ​ ເຊັ່ນ: ການ​ຕ້ານ​ກັບ​ເຊື້ອ​ພະ​ຍາດ ແລະ​ປິ່ນ​ປົວ​ໂດຍ​ບໍ່​ເສຍ​ຄ່າ, ການຕັ​ດ​ວົງ​ຈອນ​ການ​ຕິດ​ແປດ​ລະ​ຫວ່າງ​ແມ່​​ສູ່ເດັກ ​,ການ​ຕ້ານ​ກັບ​ພະ​ຍາດ​ເອດ​ໃນ​ເຂດ​ສຳ​ຄັນ ແລະ​ອື່ນໆ, ​ເຊິ່ງ​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຄືບ​ໜ້າ​ອັນ​ຕັ້ງ​ໜ້າ​​ດ້າ​ນ​ການ​ປ້ອງ​ກັນ ແລະ​ປິ່ນ​ປົວ​ພະ​ຍາດ​ເອດຂອງ​ປະ​ເທດ​ຈີນ, ທັງ​ໄດ້​​ສະ​ທ້ອນ​ໃຫ້​ເຫັນ​ວ່າ​ພັກ ແລະ​ລັດ​ຖະ​ບານ​ໄດ້​ໃຫ້​ຄວາມ​​ສຳ​ຄັນ​ຕໍ່​ຜູ້​ຕິດ​ພະ​ຍາດ​ເອດ ແລະ​ເດັກ​ນ້ອຍ​ທີ່ໄດ້​ຮັບ​ກະ​ທົບຈາກ​ພະ​ຍາດ​ເອດ, ໂດຍ​ໄດ້​ຮຽກ​ຮ້ອງ​ໃຫ້​ທົ່ວ​ສັງ​ຄົມ​ຮ່ວມ​ໃຈກັນ ແລະ​ເຕົ້​າ​ໂຮມ​ກຳ​ເລັງ​ແຮງ​ເພື່ອໃຫ້​ພະ​ຍາດ​ເອດ​ສິ້ນ​ສຸດ​ລົງ, ຮ່ວມ​ກັນ​ປະ​ກອບ​ສ່ວນ​ເພື່ອ​ເລັ່ງຊຸກ​ຍູ້​ການ​ສ້າງ​ປະ​ເທດ​ຈີນ​ທີ່​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ.

ຄຳ​ເຫັນ

0