赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຫາຍສີຈິ້ນຜິງສົ່ງສານອວຍພອນວັນຊາດແຫ່ງສປປລາວ

2021-12-01 21:31:52 cri

ສະຫາຍສີຈິ້ນຜິງສົ່ງສານອວຍພອນວັນຊາດແຫ່ງສປປລາວ_fororder_11

          ເນື່ອງໃນໂອກາດວັນສະຖາປະນາສາທາລະນະລັດປະຊາທິປະໂຕປະຊາຊົນລາວຄົບຮອບ46ປີ(2/12/1975-2/12/2021), ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງສາທາລະນະລັດປະຊາຊົນຈີນໄດ້ສົ່ງສານອວຍພອນເຖິງສະຫາຍທອງລຸນ ສີສຸລິດເລຂາທິການໃຫຍ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,ປະທານປະເທດ ແຫ່ງ ສປປ ລາວ.

           ເນື້ອໃນສານລະບຸໄວ້ວ່າ:ເນື່ອງໃນໂອກາດທີ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວສະຖາປະນາຂຶ້ນຄົບຮອບ 46 ປີ, ຂ້າພະເຈົ້າຂໍຕາງໜ້າພັກກອມມູນິດຈີນ,ລັດຖະບານຈີນ , ປະຊາຊົນຈີນ ແລະ ໃນນາມສ່ວນຕົວ, ສະແດງຄວາມຊົມເຊີຍຢ່າງອົບອຸ່ນມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງພັກປະຊາຊົນປະຕິວັດລາວ,ລັດຖະບານລາວ ແລະ ປະຊາຊົນລາວອ້າຍນ້ອງ.

               ຂ້າພະເຈົ້າຮູ້ສຶກດີໃຈທີ່ເຫັນວ່າ, ພາຍໃນປີນີ້, ພັກປະຊາຊົນປະຕິວັດລາວໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ XI ຢ່າງປະສົບຜົນສໍາເລັດ,ຄະນະການນຳສູນກາງສະໄໝໃໝ່ປະຕິບັດໜ້າທີ່ເປັນຢ່າງດີ,ເຊິ່ງໄດ້ຊຸກຍູ້ການຄຸ້ມຄອງພະຍາດໂຄວິດ-19 ແລະ ການພັດທະນາເສດຖະກິດ-ສັງຄົມພ້ອມກັນ. ຂ້າພະເຈົ້າເຊື່ອໝັ້ນວ່າ,ພາຍໃຕ້ການນຳພາອັນໜັກແໜ້ນຂອງສູນກາງພັກປປລາວທີ່ຖືສະຫາຍເປັນຜູ້ນຳ, ປະຊາຊົນລາວແນ່ນອນຈະບັນລຸເປົ້າໝາຍສູ້ຊົນທີ່ກຳນົດໃນກອງປະຊຸມໃຫຍ່ຄັ້ງທີ XIຂອງພັກ ແລະ ຍາດໄດ້ຜົນສຳເລັດໃໝ່ ທີ່ ໃຫຍ່ກວ່າເກົ່າໃນການພັດທະນາພາລະກິດຂອງພັກ ແລະ ປະເທດຊາດ.

               ປີນີ້ເປັນປີທີ່ປະເທດຈີນກັບປະເທດລາວສ້າງສາຍພົວພັນທາງການທູດຄົບຮອບ60ປີ ແລະ ປີມິດຕະພາບຈີນ-ລາວ, ການນຳຂັ້ນສູງສອງຝ່າຍໄດ້ຮັກສາການປຶກສາຫາລືທາງດ້ານຍຸດທະສາດ, ລົງເລິກການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆ, ຊຸກຍູ້ການສ້າງໂຄງການໃຫຍ່ ແລະ ສຳຄັນໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ມີຄວາມຄືບໜ້າຢ່າງຕັ້ງໜ້າ.ສອງຝ່າຍຮ່ວມມືກັນຕ້ານພະຍາດໂຄວິດ-19,ໄດ້ສະແດງໃຫ້ເຫັນນໍ້າໃຈເລິກເຊິ່ງຖານສະຫາຍອ້າຍນ້ອງດ້ວຍພຶດຕິກຳຕົວຈິງ.ຂ້າພະເຈົ້າໃຫ້ຄວາມສຳຄັນເປັນຢ່າງຍິ່ງຕໍ່ການພັດທະນາສາຍພົວພັນຈີນ-ລາວ,ຍິນດີຮ່ວມກັນກັບສະຫາຍຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ກ້າວເຂົ້າສູ່ລະດັບໃໝ່.

            ຂໍອວຍພອນໃຫ້ປະເທດລາວຈົ່ງມີຄວາມຈະເລີນຮຸ່ງເຮືອງ,ປະຊາຊົນຢູ່ເຢັນເປັນສຸກ.

            ຂໍອວຍພອນການສ້າງຄູ່ຮ່ວມຊາຕາກຳຈີນ-ລາວມີຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ.

ຄຳ​ເຫັນ

0