何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​ສືບ​ຕໍ່​ການ​ແລກ​ປ່ຽນ ແລະ​ການ​ປະ​ສານ​ງານ​ກັນ​ກ່ຽວ​ກັບ​ການເຊັນ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍການ​ຮັບ​ມື​ກັບ​ພະ​ຍາດ​ຕິດ​ແປດ​ປະ​ເພດ​ຮ້າຍ​ແຮງ

2021-12-01 13:57:05 CRI

ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​ສືບ​ຕໍ່​ການ​ແລກ​ປ່ຽນ ແລະ​ການ​ປະ​ສານ​ງານ​ກັນ​ກ່ຽວ​ກັບ​ການເຊັນ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍການ​ຮັບ​ມື​ກັບ​ພະ​ຍາດ​ຕິດ​ແປດ​ປະ​ເພດ​ຮ້າຍ​ແຮງ_fororder_W020211130693003836862

 

ວັນ​ທີ 30 ພະ​ຈິກ​ແລ້ວ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຕ່າງໆສືບ​ຕໍ່ການ​ແລກ​ປ່ຽນ ແລະ​ການ​ປະ​ສານ​ງານ​ກັນ​ກ່ຽວ​ກັບ​ການເຊັນ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍການ​ຮັບ​ມື​ກັບ​ພະ​ຍາດ​ຕິດ​ແປດ​ປະ​ເພດ​ຮ້າຍ​ແຮງ.

ຕາມ​ຂ່າວ​ແຈ້ງວ່າ, ​ສະ​​ມັດ​ຊາອະ​ນາ​ໄມ​ໂລກ ຫຼື WHA ຈະ​ຈັດ​ກອງ​ປະ​ຊຸມ​ໃນ​ໄວໆ​ນີ້, ອາດ​ຈະ​ຮັບ​ຮອງ​ສົນ​ທິ​ສັນ​ຍາ​ທີ່​ມີ​ຜົນ​ການ​ບັງ​ຄັບ​ໃຊ້ ເພື່ອ​ຊ່ວຍ​ເຫຼືອ​ອົງ​ການ​ອະ​ນາ​ໄມ​ໂລກ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​ດີກວ່າ​ເກົ່າ. ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ຈ້າວ​ລີ້​ຈ່ຽນກ່າວ​ວ່າ, ຈີນ​ໄດ້​ສຸມ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ປ້ອງ​ກັນ ແລະ ຮັບ​ມື​ກັບ​ພະ​ຍາດ​ຕິດ​ແປດ​ປະ​ເພດ​ຮ້າຍ​ແຮງມ​າ​ໂດຍ​ຕະຫຼອດ, ແລະ​ມີ​ທ່າ​ທີ​ເປີດກວ້າງ​ຄວາມ​ພະ​ຍາ​ຍາມ ແລະ ມາດ​ຕະ​ການ​ທຸກ​ຢ່າງ​ທີ່​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ການ​ປະ​ສານ​ງານ​ກັນ​ເພື່ອ​ຮັບມື​ກັບ​ພະ​ຍາດ​ຕິດ​ແປດ​ປະ​ເພດ​ຮ້າຍ​ແຮງ​ໃນ​ອະ​ນາ​ຄົດ.

ທ່ານ​ກ່າວ​ຕື່ມ​ວ່າ: “ພວກ​ເຮົາ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​​ສືບ​ຕໍ່​ການ​ແລກ​ປ່ຽນ ແລະ​ການ​ປະ​ສານ​ງານ​ກັນ​ກ່ຽວ​ກັບ​ການເຊັນ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍການ​ຮັບ​ມື​ກັບ​ພະ​ຍາດ​ຕິດ​ແປດ​ປະ​ເພດ​ຮ້າຍ​ແຮງ, ຫວັງ​ວ່າ​ວຽກ​ງານ​ທີ່​ກ່ຽວ​ຂ້ອງ​ຈະ​ດຳ​ເນີນ​ໄປ​ພາຍ​ໃຕ້​ຂອບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ອົງ​ການ​ອະ​ນາ​ໄມ​ໂລກ, ຮັບ​ປະ​ກັນ​ການ​ເຂົ້າ​ຮ່ວມ​ຢ່າງ​ກວາງ​ຂວາງ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອັນ​ໄພ​ສານ. ພ້ອມ​ທັງ​ຕ້ອງຫຼີກ​ລ່ຽງ​ບໍ່​ໃຫ້​ກາຍ​ເປັນ​ບັນ​ຫາ​ການ​ເມືອງ, ​ແລະ​ສ້າງ​ຄວາມເສື່ອມ​ເສຍ​ຊື່​ສຽງ​ໃຫ້​ກັບ​ປະ​ເທດ​ອື່ນ ແລະ ກາຍ​ເປັນ​ເຄື່ອງ​ມື​ຂອງ​ບາງ​ປະ​ເທດ.”

 

ຄຳ​ເຫັນ

0