何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ກ່າວ​ວ່າ: ເຊື້ອ​ພະ​ຍາດ​ໂຄວິດ-19ກາຍ​ພັນ​ໂອ​ມິ​ຄ​ຣອນ​ບໍ່​ທັນ​ມີ​ຜົນ​ກະ​ທົບ​ຢ່າງ​ຈະ​ແຈ້ງ​ຕໍ່​ການ​ຟື້ນ​ຟູ​ການ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ຂອງ​ປະ​ເທດ​ຕົນ

2021-12-02 11:45:12 CRI

ວັນ​ທີ 1 ທັນ​ວາ​ນີ້, ຫົວ​ໜ້າ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ກ່າວ​ວ່າ, ນັບ​ມາ​ຮອດ​ປະ​ຈຸ​ບັນ, ເຊື້ອ​ພະ​ຍາດ​ໂຄວິດ-19 ກາຍ​ພັນ​ໂອ​ມິ​ຄ​ຣອນ​ຍັງ​ບໍ່​ທັນ​ເກີດ​ມີ​ຜົນ​ກະ​ທົບ​ຢ່າງ​ຈະ​ແຈ້ງ​ຕໍ່​ການ​ຟື້ນ​ຟູ​ການ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ທີ່​ເດີນ​ທາງ​ມາປະ​ເທດ​ຕົນ.

 

ນັບ​ແຕ່​ຟື້ນ​ຟູ​ການ​ເປີດ​ປະເທດ​ຄືນ​ໃໝ່​ໃນ​ວັນ​ທີ 1 ພະ​ຈິກ​ເປັນ​ຕົ້ນ​ມາ, ມີຜູ້​ຮ້ອງ​ຂໍ​ວີ​ຊາ​ເຂົ້າ​ປະ​ເທດ​ໄທ​ແລ້ວຫຼາຍກວ່າ 3 ແສນ​ຄົນ​. ໃນເດືອນ​ພະ​ຈິກ​ທີ່​ຜ່ານ​ມາ, ມີ​ນັກ​ທ່ອງ​ທ່ຽວ​ສາ​ກົນຫຼາຍກວ່າ 130000 ຄົນ​ເຂົ້າ​ສູ່​ປະ​ເທດ​ໄທ, ເຖິງວ່າ​ຍັງ​ມີ​ຄວາມ​ແຕກ​ໂຕນຫຼາຍ​ກັບ​​ຕົວ​ເລກ​ຄາດ​ໝາຍ​ຂອງ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ກໍ​ຕາມ, ແຕ່​ກໍ​ມີ​ທ່າ​ອ່ຽງ​ໂດຍລວມ​ທີ່​ດີ. ປະ​ເທດ​ເອີ​ຣົບ ແລະ ອາ​ເມ​ຣິ​ກາ​ເປັນ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ທີ່​ສຳ​ຄັນ, ແຕ່​ປະ​ຈຸ​ບັນ​ຢູ່​ບາງ​ປະ​ເທດ​ເອີ​ຣົບ​ໄດ້​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ຮ້າຍ​ແຮງ​ຂຶ້ນ​ອີກ​ຮອບ​ໜຶ່ງ, ຖ້າ​ປະ​ເທດ​ເຫຼົ່າ​ນີ້​ໄດ້​ໃຊ້​ມາດ​ຕະ​ການ​ຄວບ​ຄຸມ​ທີ່​ເຂັ້ມ​ງວດ​ອີກ​ເທື່ອ​ໜຶ່ງ, ອາດ​ຈະ​ເຮັດ​ໃຫ້​ຈຳ​ນວນ​ຜູ້​​ເດີນ​ທາງ​ອອກນອກ​ປະ​ເທດຫຼຸດ​ລົງ.

 

ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ຄາດ​ຄະ​ເນ​ວ່າ, ໝົດ​ປີ 2021, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ທີ່​ເຂົ້າ​ປະ​ເທດ​ໄທ​ຈະ​ມີ 5 ແສນ​ຄົນ. ​ເຊິ່ງ​ເປັນ​ຕົວ​ເລກ​ທີ່​ແຕກ​ຕ່າງ​ກັບ ໃນ​ປີ 2019 ​ກ່ອນ​ເກີດ​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ປີ​ນັ້ນ​ມີນັກ​ທ່ອງ​ທ່ຽວ​ສາ​ກົນ​​ເຂົ້າ​ປະ​ເທດ​ໄທເກືອບ 40 ລ້ານ​ຄົນ.

ຄຳ​ເຫັນ

0