何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ລີ້​ຈ້ານ​ຊູ່​ສົ່ງ​ສານ​ອວຍ​ພອນ​​ເຖິງ​ທ່ານ​ໄຊ​ສົມ​ພອນ ພົມ​ວິ​ຫານ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ​ເນື່ອງ​​ໃນໂອ​ກາດ​ວັນ​ຊາດ​ລາວ​ຄົບ​ຮອບ 46 ປີ

2021-12-02 15:48:18 CRI

ວັນ​ທີ 2 ທັນ​ວາ​ນີ້, ທ່ານ​ລີ້​ຈ້ານ​ຊູ່ ປະ​ທານ​ຄະ​ນະ​ປະ​ຈຳ​ສ​ະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​​ສົ່ງ​ສານອວຍ​ພອນ​ເຖິງ​ທ່ານ​ໄຊ​ສົມ​ພອນ ພົມ​ວິ​ຫານ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດລາວ​ຄົບ​ຮອບ 46 ປີ.

 

ທ່ານ​ລີ້​ຈ້ານ​ຊູ່​ກ່າວ​ວ່າ, ແຕ່​ຕົ້ນ​ປີ​ນີ້ເປັນ​ຕົ້ນ​ມາ, ກອງ​ປະ​ຊຸມ​ໃຫຍ່ ຂອງ​ພັກ​ປະ​ຊ​າ​ຊົນ​ປະ​ຕິ​ວັດ​ລາວ​​ຄັ້ງ​ທີ 11ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ, ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ໄດ້​ຮັບ​ໝາກ​ຜົນ​ອັນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ດ້ານ​ຍຸດ​ທະ​ສາດ​ຂອງ​ຜູ້​ນຳ​ສູງ​ສຸດ​ຂອງ​ສອງ​ພັກ ສອງ​ລັດ​ຖະ​ບານ, ການ​ສ້າງ​ຄູ່​ຮ່ວມຊາ​ຕາ​ກຳຈີນ-ລາວ​ໄດ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ຕໍ່​ເນື່ອງ, ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ແລະ ສະ​ພາ​ແຫ່ງ​ຊາດ​ລາວ​ໄດ້​ມີ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ. ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ທ່ານ​ໄຊ​ສົມ​ພອນ ພົມ​ວິ​ຫານ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ, ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ບົນ​ຈິດ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງສອງ​ປະ​ເທດ, ເພີ່ມ​ທະ​ວີ​ເນື້ອ​ໃນ​ຂອງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ໃຫ້​ອຸ​ດົມ​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0